ໄຂງານບຸນດອກສະກຸຣະ - ດອກເໝີຍເຫລືອງ ອຽນຕື 2018

(VOVWORLD) - ຕອນຄ່ຳວັນທີ 22 ມີນາ, ພິທີໄຂງານບຸນດອກສະກຸຣະ - ດອກເໝີຍເຫລືອງ ອຽນຕື 2018 ດ້ວຍຫົວຂໍ້ “ການຮ່ວມມື ແລະ ພັດທະນາ - ຈຸດນັດພົບຂອງຜົນສຳເລັດ” ໄດ້ດຳເນີນຢ່າງເປັນທາງການຢູ່ສູນວັດທະນະທຳ ຈຸກເລີມອຽນຕື (ນະຄອນ ອວງບີ, ແຂວງ ກວາງນິງ).
ໄຂງານບຸນດອກສະກຸຣະ - ດອກເໝີຍເຫລືອງ ອຽນຕື 2018 - ảnh 1ພິທີໄຂງານບຸນດອກສະກຸຣະ - ດອກເໝີຍເຫລືອງ ອຽນຕື 2018 (ພາບອິນເຕີແນັດ)

ນີ້ແມ່ນຄັ້ງທີ 6 ທີ່ແຂວງ ກວາງນິງ ໄດ້ສົມທົບກັບສະຫະສະມາຄົມວັດທະນະທຳສາກົນ ຍີ່ປຸ່ນ Wanokai ຈັດຕັ້ງງານບຸນດອກສະກຸຣະ - ແລະ ແມ່ນຄັ້ງທີ 3 ທີ່ມີການສົມທົບກັບດອກເໝີຍເຫລືອງ ອຽນຕື. ທີ່ງານບຸນໃນປີນີ້, ຄະນະຈັດຕັັ້ງໄດ້ວາງສະແດງຕົ້ນດອກສະກຸຣະ ຍີ່ປຸ່ນ 50 ຕົ້ນ, 5000 ງ່າ ແລະ ຕົ້ນດອກເໝີຍເຫລືອງ ອຽນຕື ກ່ວາ 100 ຕົ້ນ. ທ່ານ ຫງວຽນແມ້ງຮ່າ ປະທານຄະນະກຳມະການປະຊາຊົນນະຄອນ ອວງບີ ກ່າວວ່າ:

        “ງານບຸນໃນປີນີ້ ກໍ່ແມ່ນໂອກາດເພື່ອສົ່ງເສີມ, ຮຽກຮ້ອງປະຊາຄົມ ແລະ ບັນດາວິສາຫະກິດເວົ້າລວມ ພິເສດແມ່ນບັນດາວິສາຫະກິດ ຍີ່ປຸ່ນ ມາຮ່ວມມື, ລົງທຶນຢູ່ບັນດາທ້ອງຖິ່ນໃນບໍລິເວນແຂວງ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂດີທີ່ສຸດ ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຄົມວິສາຫະກິດ”.

        ງານບຸນດອກສະກຸຣະ - ດອກເໝີຍເຫລືອງ ອຽນຕື, ຮ້າລອງ 2018 ຈະດຳເນີນຮອດວັນທີ 26 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ