ໄຂງານບຸນຕ໋ານວຽນເຊີນແທງແລະໄຂປີທ່ອງທ່ຽວບາວີ2016

ໄຂງານບຸນຕ໋ານວຽນເຊີນແທງແລະໄຂປີທ່ອງທ່ຽວບາວີ2016 - ảnh 1
ໄຂ​ງານ​ບຸນຕ໋ານ​ວຽນ​ເຊີນ​ແທງ
​ພາບ:TTXVN

(vovworld)- ຕອນ​ເຊົ້າ​ວັນ​ທີ 21/2, ງານ​ບຸນ ຕ໋ານ​ວຽນ​ເຊີນ​ແທງ ປີ 2016 ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ບາ​ວີ ຈັດ​ຕັ້ງ​ໄດ້​ໄຂ​ຂຶ້ນ​ຢູ່ ວິ​ຫານ ຫ້າ ຕາ​ແສງ ມີງກວາງ. ນະ​ທີ່ນີ້ ເມືອງ ບາ​ວີ ກໍ​ໄດ້​ໄຂ​ປີ​ທ່ອງ​ທ່ຽວ ບາ​ວີ 2016 ຂຶ້ນ. ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຕິດ​ພັນ​ກັບ​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ ເທື້ອງ, ວິ​ຫານຈູງ ແລະ ວິ​ຫານ​ຫ້າ ຊື່ງ​ໄດ້​ຈັດ​ຕັ້ງ​ປະ​ຈຳ​ປີ. ເມືອງ​ບາ​ວີ ກໍ​ພວມກໍ່​ສ້າງ​ງານ​ບຸນ ຕ໋ານ​ວຽນ​ເຊີນ​ແທງ ກາຍ​ເປັນ​ງານ​ບຸນ​ລະ​ດັບ​ເຂດແລະ ແມ່​ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ປະ​ຊາ​ຊົນ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ມາ​ຢ້ຽມ​ຢາມ.

        ພ້ອມ​ກັບ​ລະ​ບົບ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທ​ຳ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ງານ​ບຸນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ສົມ​ຄວນ ພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ໃນ​ຫລາຍ​ປີ​ຜ່ານ​ມາ ເມືອງ​ບາ​ວີ ກໍ​ໄດ້​ຕັ້ງ​ຫນ້າ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ການ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ກ່ຽວ​ກັບ​ການ​ທ​ອ່ງ​ທ່ຽວ, ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. ປີ 2016, ເມືອງ​ບາ​ວີ ສູ້​ຊົນ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 2,6 ລ້ານ​ເທື່ອ​ຄນ, ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ 250 ຕື້​ດົງ.

ຂ່າວ/ບົດ​ອື່ນ