ໄຂ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ລະ​ນຶກ​ເຖິງວັນ​ມ​ໍ​ລະ​ນະ​ກຳ​ຂອງນັກ​ຮົບ​ວ​ິ​ລະ​ຊົນຂອງ​ຊາດ ຫງວຽນ​ຈູງ​ຈຶກ ຄົບ​ຮອບ 154 ປີ

(VOVWORLD) -ນີ້ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ - ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເມື່ອອາຍຸ 30 ປີ. 
ໄຂ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ລະ​ນຶກ​ເຖິງວັນ​ມ​ໍ​ລະ​ນະ​ກຳ​ຂອງນັກ​ຮົບ​ວ​ິ​ລະ​ຊົນຂອງ​ຊາດ ຫງວຽນ​ຈູງ​ຈຶກ ຄົບ​ຮອບ 154 ປີ - ảnh 1ລາຍການສະແດງສິລະປະວັນນະຄະດີ (ພາບ: TTXVN)

ຕອນຄ່ຳວັນທີ 21 ກັນຍາ, ງານບຸນທີ່ເປັນມູນເຊື້ອລະນຶກເຖິງວັນມໍລະນະກຳຂອງນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ ຄົບຮອບ 154 ປີ (1868 – 2022) ໄດ້ໄຂຂຶ້ນຢູ່ນະຄອນ ແຣກຢ໊າ, ແຂວງ ກຽນຢາງ. ນີ້ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ - ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເມື່ອອາຍຸ 30 ປີ. ງານບຸນນີ້ ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຄົນສະແດງຄວາມຮັບຜິດຊອບ ແລະ ມີຄວາມຢຶດໝັ້ນກວ່າໃນການປົກປັກຮັກສາພື້ນຖານເອກະລາດ, ເສລີພາບ ເຊິ່ງລຸ້ນພໍ່ລຸ້ນອ້າຍ ໄດ້ຍາດມາໄດ້. ພາຍຫຼັງພິທີໄຂ, ລາຍການສະແດງສິລະປະທີ່ມີຫຼາຍລາຍການທີ່ເປັນເອກະລັກສະເພາະ ກໍໄດ້ດຳເນີນດ້ວຍຮູບແບບເວທີສະແດງລະຄອນ.

        ງານບຸນມູນເຊື້ອນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ ໄດ້ດຳເນີນແຕ່ວັນທີ 21 – 23 ກັນຍາ (ກົງວັນກັບທີ 26 – 28 ເດືອນ 8 ໄລ່ຕາມຈັນທະປະຕິທິນ), ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍສີສັນວັດທະນະທຳພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ