ໄຂງານບຸນບໍລິຈາກເລືອດລະດູບານໃໝ່

(VOVWORLD) - ຕອນເຊົ້າວັນທີ 10 ມີນາ, ລາຍການບໍລິຈາກເລືອດທີ່ມີຊື່ວ່າ ງານບຸນບໍລິຈາກເລືອດລະດູບານໃໝ່ ໄດ້ໄຂຂຶ້ນຢູ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ. ດ້ວຍສານທີ່ວ່າ “ບໍລິຈາກເລືອດ - ກູ້ເອົາຊີວິດ”,
ໄຂງານບຸນບໍລິຈາກເລືອດລະດູບານໃໝ່	 - ảnh 1 ງານບຸນບໍລິຈາກເລືອດລະດູບານໃໝ່   

ທີ່ພິທີໄຂງານບຸນບໍລິຈາກເລືອດລະດູບານໃໝ່ປີນີ້ ໄດ້ດຶງດູດຜູ້ມາຮ່ວມບໍລິຈາກເລືອດກ່ວາ 2000 ຄົນ. ພຽງແຕ່ໃນຕອນເຊົ້າຂອງວັນທີ 10 ມີນາ, ຄະນະຈັດຕັ້ງໄດ້ຮັບເລືອດກ່ວາ 1000 ຖົງ ຢູ່ 2 ສະຖານທີ່ ນັ້ນແມ່ນ: ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ຫໍພູມປັນຍານະຄອນ ຮ່າໂນ້ຍ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕ໋ຽນ ໃຫ້ຮູ້ວ່າ:

        “ງານບູນບໍລິຈາກເລືອດລະດູບານໃໝ່ ມີຄວາມໝາຍວັດທະນະທຳມະນຸດ, ມະນຸດສະທຳ, ຈຳນວນຜູ້ມາບໍລິຈາກເລືອດນັບມື້ນັບຫລາຍ. ມີຫລາຍຄົນໄດ້ບໍລິຈາກເລືອດເປັນຫລາຍຄັ້ງແລ້ວ, ຂ້າພະເຈົ້າມີຄວາມຕື້ນຕັນໃຈ ເມື່ອໄດ້ເຫັນບັນດາຄອບຄົວໄດ້ຮ່ວມກັນມາບໍລິຈາກເລືອດ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະຊາຄົມແມ່ນສູງທີ່ສຸດ

        ງານບຸນບໍລິຈາກເລືອດລະດູບານໃໝ່ຄັ້ງທີ 11 ຈະອັດລົງໃນວັນທີ 11 ມີນາ ດ້ວຍການຄາດຄະເນວ່າ ຈະໄດ້ຮັບເລືອດກ່ວາ 8000 ຖົງ.

ຕອບກັບ

ຂ່າວ/ບົດ​ອື່ນ