ໄຂງານບຸນວັນເພງເດືອນ8ຢູ່ຄຸ້ມເມືອງເກົ່າຮ່າໂນ້ຍປີ2016

ໄຂງານບຸນວັນເພງເດືອນ8ຢູ່ຄຸ້ມເມືອງເກົ່າຮ່າໂນ້ຍປີ2016 - ảnh 1
(ພາບປະກອບ) 

(vovworld) - ຕອນ​ບ່າຍ​ວັນ​ທີ 09/09 ຢູ່ສາລາ​ບ້ານ ກີ​ມ​ເງິນ, ຮ່າ​ໂນ້ຍ, ຄະນະ​ຄຸ້ມ​ຄອງ​ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ ​ໄຂບັນດາ​ການ​ເຄື່ອນ​ໄຫວ “ງານ​ບຸນວັນ​ເພງ​ເດືອນ 8 ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ 2016”. ງານ​ບຸນວັນ​ເພງ​ເດືອນ 8 ຮ່າ​ໂນ້ຍ ປີ 2016 ຖືກ​ຈັດ​ຂຶ້ນ​ຢູ່​ສະຖານ​ທີ່​ຫລາຍ​ແຫ່ງ​ຂອງ​ນະຄອນຫລວງ​ຄື: ຕະຫລາດ​ວັນ​ເພງ​ເດືອນ 8 ທີ່​ເປັນມູນ​ເຊື້ອ ຮ່າງ​ໝ໋າ, ບໍລິ​ເວນຕໍ່ໜ້າ​ຕະຫລາດ ດົ່ງ​ຊວຍ ​ແລະ ບັນ​ດາ​ຖະໜົນ​ສຳລັບ​ຄົນ​ຍ່າງ ຮ່າງ​ດ່າວ - ດົ່ງ​ຊວນ - ຮ່າງ​ໄຢ໋…ການ​ເຄື່ອນ​ໄຫວລະ​ຫຼິ້ນ​ວັນ​ເພງ​ເດືອນ 8 ຫລາຍ​ຢ່າງ​ກໍ່​ຖືກ​ຈັດ​ຕັ້ງ​ໃນ​ໂອກາດ​ນີ້​ຄື: ງານວາງສະ​​ແດງ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ສຳລັບວັນ​ເພງ​ເດືອນ 8 ທີ່​ເປັນມູນ​ເຊື້ອ; ​ແນະ​ນຳວິທີ​ເຮັດ​ເຄື່ອງ​ຫຼິ້ນ​ພື້ນ​ເມືອງ. ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແນະນຳພວກ​ຫຼານ​ເຍົາວະ​ຊົນ​ເຮັດວ່າວທີ່​ເປັນ​ມູນ​ເຊື້ອ, ທ່ານ ຫງວຽນ​ຮື​ວກຽມ ສະ​ໂມ​ສອນ​ວ່າວ​ ຕາ​ແສງ ຮົ່ງຮ່າ ​ເມືອງ ດານ​ເຟື້ອງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        ​ເນື່ອງ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8 ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ ສອນ​ໃຫ້​ພວກ​ຫຼານ​ເຍົາວະ​ຊົນ ວິທີ​ເຮັດ​ວ່າວ ​ແລະ ຫຼິ້ນ​ວ່າວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວທີ່​ດີ ​ເພື່ອ​ໃຫ້​ພວກ​ຫຼານ​ເຂົ້າ​ໃຈ​ໄດ້ລຸ້ນພໍ່​ລຸ້ນອ້າຍ​ກ່ອນ​ນີ້ ລະ​ຫຼິ້ນ​ວ່າວ​ຄື​ແນວ​ໃດ ​ແລະ ​ເຮັດ​ແນວ​ໃດ​ການ​ລະ​ຫຼິ້ນ​ວ່າວຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ. ສອນ​ໃຫ້​ພວກ​ຫຼານ​ເຍົາວະ​ຊົນ​ຮູ້​ວິທີ​ເຮັດ​ວ່າວ ​ແມ່ນ​ວິທີ​ໜຶ່ງ ​ເພື່ອອະນຸລັກ​ຮັກສາ ​ແລະ ພັດທະນາ​ວ່າວ​ທີ່​ເປັນມູນ​ເຊື້ອ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ