ໄຂງານບຸນແມ່ນ້ຳແດງປີ 2013

ໄຂງານບຸນແມ່ນ້ຳແດງປີ 2013 - ảnh 1
ໄຂ​ງານ​ບຸນ​ແມ່​ນ້ຳ​ແດງ​ປີ 2012
(ພາບ: baoyenbai.com)

(vovworld) - ​​ໃນ​ຂອບ​ເຂດ​ຂອງ​ລາຍການ “ທ່ອງ​ທ່ຽວ​ອ່ວາຍ​ເມືອ​ຫາ​ກົກ​​ເຂົ້າ​ເຫງົ້າ​ກໍ” ການຮ່ວມ​ມື​ລະຫວ່າງ 3 ​ແຂວງ ຟູ໋ທໍ້ - ອຽນ​ບ໋າ​ຍ - ລາວ​ກາຍ, ວັນ​ທີ 17/2, ຢູ່​ວິຫານ ດົງ​ກວງ (Dong Cuong), ຕາ​ແສງ ດົງ​ກວງ, ​ເມືອງ ວັນ​ອຽນ, ​ແຂວງ ອຽນ​ບ໋າ​ຍ ​ໄດ້​​ໄຂ​ງານ​ບຸນ​ແມ່​ນ້ຳ​ແດງ ປີ 2013. ງານ​ບຸນ​ຈະ​ດຳ​ເນີນ​ໃນ​ເວລາ 3 ວັນ (​ແຕ່​ວັນ​ທີ 17 – 19/2) ດ້ວຍບັນດາ​ການ​ເຄື່ອນ​ໄຫວ​ຄື: ງານ​ບຸນ​ສິລະ​ປະ​ໝູ່​ມະຫາຊົນ, ການ​ສະ​ແດງ​ຊຸດ​ອາພອນ​ເຜົ່າ​ຕ່າງໆ, ງານ​ຕະຫຼາດນັດການ​ຄ້າ - ຕະຫຼາດ​​ເຂດ​ບ້ານ​ນາ - ອາຫານ​ການ​ກິນ, ການ​ແຂ່ງຂັນ​ກິລາປະ​ເພດ​ຕ່າງໆ, ງານ​ວາງສະ​ແດງມີ​ຫົວ​ຂໍ້ວ່າ “​ແມ່​ນ້ຳ​ແດງ​​ໃນ​ເມື່ອ​ກ່ອນ ​ແລະ ​ໃນປະຈຸ​ບັນ”, ສາຍຟິມຮູບ​ເງົາ, ພິມ​ຈຳໜ່າຍ​ປື້​ມ, ຈັດ​ງານ​ລ້ຽງ​ທະຫານ​ສະ​ໄໝ​ລາດ​ຊະ​ວົງ​  ເຈີ​ນ ​ແລະ ການ​ຊ່ວງ​ເຮືອ, ​ບາງ​ລາຍການ​ທ່ອງ​ທ່ຽວ​ລຽບ​ຕາມ​ແມ່​ນ້ຳ​ແດງ ອຽນ​ບ໋າ​ຍ - ລາວ​ກາຍ, ອຽນ​ບ໋າ​ຍ - ຟູ໋ທໍ້ ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ໂອກາດ​ນີ້. ງານ​ບຸນ​ແມ່​ນ້ຳ​ແດງ ​ໄດ້​ຮັບ​ການຈັດ​ຕັ້ງ​ກົງ​ກັບ​ໂອກາດ​ໄຂ​ງານ​ບຸນ​ວິຫານ ດົງ​ກວງ ປີ 2013, ດັ່ງ​ນັ້ນ​ຈຶ່ງ​ດຶງ​ດູດ​ແຂກ​ຈາກ​ທຸກ​ສາລາ​ທິດ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ