ໄຂງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງຖ້ວນປີ 2019

(VOVWORLD) -ຕອນຄ່ຳວັນທີ 27 ເມສາ, ຢູ່ນະຄອນຟານຣາງ - ທາດຈຳ, ຄະນະກຳມະການປະຊາຊົນແຂວງນິງຖ້ວນໄດ້ຈັດພິທີ ໄຂງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງຖ້ວນປີ 2019. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ພ້ອມກັບບັນດາການນຳກະຊວງ, ຂະແໜງການຕ່າງໆຂັ້ນສູນກາງໄດ້ມາຮ່ວມ ແລະ ຕັດແຖບຜ້າໄຂງານບຸນ.
ໄຂງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງຖ້ວນປີ 2019 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານບຸນ

ທ່ານ ລິວຊວນວີ້ງ, ປະທານ ຄະນະກຳມະການປະຊາຊົນແຂວງນິງຖ້ວນ ເນັ້ນໜັກວ່າ : ງານບຸນແມ່ນໂອກາດເພື່ອໃຫ້ແຂວງ ນີງຖ້ວນໂຄສະນາຜະລິດຕະພັນ ໝາກອາງຸ່ນ ແລະ ເຫຼົ້າແວງນິງຖ້ວນ ເຖິງຕະຫຼາດ, ເຖິງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມທັງແມ່ນໂອກາດເພື່ອເຊີດຊູຊາວສວນຜູ້ປູກອາງຸ່ນ, ບັນດາຮາກຖານດຳເນີນທຸລະກິດ, ປຸງແຕ່ງໝາກອາງຸ່ນທີ່ມີການເຄື່ອນໄຫວທີ່ດີເດັ່ນ. ທ່ານ ລິວຊວນວີ້ງ, ປະທານ ຄະນະກຳມະການປະຊາຊົນແຂວງນິງຖ້ວນ ເວົ້າວ່າ :  “ ພວກຂ້າພະເຈົ້າປາດຖະໜາວ່າ ບັນດາຜູ້ແທນ, ແຂກຜູ້ທີ່ມີກຽດ, ການນຳບັນດາແຂວງ, ນະຄອນ, ບັນດາວິສາຫະກິດ, ເພື່ອນມິດ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງຮັກສາພາບພົດທີ່ປະທັບໃຈກ່ຽວກັບນິງຖ້ວນ, ບັນດາຊ່ວງເວລາຍາກທີ່ຈະລືມໄດ້ຢູ່ນິງຖ້ວນ ກໍຄືຈິດໃຈຮັກແພງແຂກຂອງຊາວນິງຖ້ວນອີກດ້ວຍ ”

ຕອບກັບ

ຂ່າວ/ບົດ​ອື່ນ