ໄຂງານມະຫະກຳກິລາ ທົ່ວປະເທດຄັ້ງທີ 7 ປີ 2014


 ໄຂງານມະຫະກຳກິລາ ທົ່ວປະເທດຄັ້ງທີ 7 ປີ 2014 - ảnh 1

(ພາບ: xaluan.com)

(vovworld)– ​ ງານ​ມະຫະກຳ​ກິລາ​ທົ່ວ​ປະ​ເທດ​ຄັ້ງທີ 7 ປີ 2014 ຖືກ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ຕອນ​ຄ່ຳວັນ​ທີ 6/12 ຢູ່​ແຂວງ​ນາມ​ດິ້ງ. ເປີດສາກພິທີ​ໄຂ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະວັດທະນະທຳ​ແຂວງ​ນາມ​ດິ້ງ​, ຖັດມາ​ແມ່ນ​ການ​ເດີນ​ຂະ​ບວນຂອງ​ພະນັກງານ, ພາລະ​ກອນ, ນັກ​ກິລາ​ເກືອບ 20.000 ຄົນ​ທີ່​ມາ​ຈາກ 65 ຄະນະ​ນັກ​ກິລາ. ຈຸດ​ພົ້ນ​ເດັ່ນ​ຂອງ​ພິທີ​ໄຂ​ແມ່ນ​ການ​ແຫ່​ທວນ​ໄຟ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮ່ວາງ​ຕວນ​ແອ​ງ ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຊີ້​ແຈ້ງວ່າ:

   “ສືບຕໍ່ຜົນສຳເລັດຂອງງານມະຫາກຳກິລາ 6 ຄັ້ງຜ່ານມາ, ງານມະຫາກຳກິລາທົ່ວປະເທດຄັ້ງທີ 7 ຖຶກຈັດຂຶ້ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງບັນດາຂັ້ນ, ຂະແໜງການແລະ ທົ່ວສັງຄົມກ່ຽວກັບບົດບາດ, ຄຸນປະໂຫຍດຂອງວຽກງານກິລາກາຍະກຳໃນພາລະກິດສ້າງສາແລະ ປົກປັກຮັກສາປະເທດຊາດ, ສ້າງບາດກ້າວພັດທະນາກິລາກາຍະກຳຢ່າງແຮງຮອດປີ 2020“./.

ຂ່າວ/ບົດ​ອື່ນ