ໄຂງານມະໂຫລານ ຂັບຊວານ ແລະ ເພງພື້ນເມືອງ ຟູ໋ທໍ້

ໄຂງານມະໂຫລານ ຂັບຊວານ ແລະ ເພງພື້ນເມືອງ ຟູ໋ທໍ້ - ảnh 1
ພິທີໄຂ​ງານ​ມະ​ໂຫລານ ຂັບ​ຊວານ ​ແລະ ​ເພງ​ພື້ນ​ເມືອງ ຟູ໋ທໍ້
(ພາບປະກອບ)

(vovworld) - ຕອນ​ຄຳ່​ວັນ​ທີ 14/4, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວິຫານ ຮູ່ງ (ນະຄອນ ວຽດຈີ່, ​ແຂ​ວງ ຟູ໋ທໍ້), ຄະນະ​ຈັດ​ຕັ້ງ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ ຮູ່ງ - ງານ​ບຸນວິຫານ ຮູ່ງ 2013 ​ໄດ້​ໄຂ​ງານ​ບຸນ​​ວັດທະນະທຳ, ງານ​ມະ​ໂຫລານ​ຂັບ​ຊວານ ​ແລະ ​ເພງ​ພື້ນ​ເມືອງ ຟູ໋ທໍ້ ຄັ້ງ​ທີ 3. ນອກ​ຈາກ​ເລື່ອງ​ໂຄສະນາ​ເຜີຍ​ແຜ່, ​ເຊີດ​ຊູ ຂັບ​ຊວານ ​ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​​ໂລກຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງ​ຮີບ​ດ່ວນ ​ແລະ ງານ​ມະ​ໂຫລານຂັບ​ຊວານ ​ແລະ ​ເພງ​ພື້ນ​ເມືອງ ຟູ໋ທໍ້ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ ຟູ໋ທໍ້​ຕີ​ລາຄາ​ໝາກຜົນ​ຂອງ​ວິວັດ​ການສະ​ສົມ​,​ ຄົ້ນ​ຄ້ວາ, ຟື້ນ​ຟູ​ທຳນອງ​ເພງ​ຂັບຊວານ​ຢູ່​ບັນດາ​ກອງ​ຂັບຊວານ, ສະ​ໂມ​ສອນ ຂັບ​ຊວານ​ໃນ​ບໍລິ​ເວນ ​ແຂວງ. ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ຟູ໋ທໍ້ ​ໄດ້​ສ​້າງ​ແຜນ​ຮ່າງ​ເຄື່ອນ​ໄຫ​ວລະອຽດ​ຄື: ສ້າງ​ກົດ​ລະບຽບ​ມອບ​ນາມມະຍົດ​ນັກ​ສິລະ​ປິນຂັບ​ຊວານ ຟູ໋ທໍ້, ນຳ​ຂັບ​ຊວານ ​ເຂົ້າ​ສູ່​​ໂຮງຮຽນ, ມີ​ແຜນການ​ລົງທຶນ​ວາງ​ແຜນ, ອະນຸລັກ​ຮັກສາ, ບູລະນະ​ປະຕິສັງຂອນ​ບັນດາ​ປູຊະນີຍະສະຖານ​ທີ່​ກ່ຽວຂ້ອງ​ເຖິງ​ມໍລະດົກ​ວັດ​ທະນະ​ທຳ​ບໍ​ມີ​ຮູບ​ຮ່າງ ຂັບ​ຊວານ​..​​.

ຂ່າວ/ບົດ​ອື່ນ