ໄຂງານມະໂຫລານ ໂຄສະນາເຄື່ອນທີ່ ທົ່ວປະເທດ “ກັບຄືນສູ່ດ້ຽນບຽນ“


ໄຂງານມະໂຫລານ ໂຄສະນາເຄື່ອນທີ່ ທົ່ວປະເທດ “ກັບຄືນສູ່ດ້ຽນບຽນ“ - ảnh 1

(ພາບ: http://laocai.gov.vn)

(vovworld)- ຕອນ​ຄ່ຳ​ວັນ​ທີ 10/3, ງານ​ມະ​ໂຫລານ​ໂຄສະນາ​ເຄື່ອນ​ທີ່​ທົ່ວ​ປະ​ເທດ “ກັບ​ຄື​ນສູ່​ດ້ຽນບຽນ“ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​ດ້ຽນບຽນ​ຝູ, ​ແຂວງ​ດ້ຽນບຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມຸ້ງ​ໄປ​ສູ່​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014) ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ຈັດຕັ້ງຂຶ້ນ ​ແລະ ມີ​ການ​ເຂົ້າຮ່ວມ​ຂອງ​ນັກສະ​ແດງ​ກ່ວາ 1000 ຄົນ​ທີ່​ມາ​ຈາກ 48 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ບັນດາ​ກອງ​ສິລະ​ປະກອນເຂົ້າຮ່ວມ​ງານ​ມະ​ໂຫລານ​ໄດ້​ສະ​ແດງ​ບັນດາ​ລາຍການ​ເພງ, ວາດ​ຟ້ອນ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ, ວາດ​ພາບ​​ໃຫ້​ເຫັນ​ໄລຍະທາງ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ ​ແລ​ະ ປຊຊ ຫວຽດນາມ​ ໃນ​ໄຊຊະນະ​ດ້ຽນບຽນ​ຝູ. ນັກ​ດົນຕີ​ຫງວຽນ​ງອກ​ເຕິ​ນ, ຄະນະ​ໂຄສະນາ​ເຄື່ອນ​ທີ່​ແຂວງ​ກວາງ​ບິງ ​ໃຫ້​ຮູ້​ວ່າ:

   “ການ​ເດີນທາງ​ໄປ​ບ້ຽນບຽນ ຊື່​ງ​ແມ່ນ​ສະຖານ​ທີ່​ຕິດ​ພັນ​ກັບ​ຊື່​ສຽງ​ຂອງ​ທ່ານ​ພົນ​ເອກ​ວໍ້​ງວຽນ​ຢາ​ບ ໜຶ່ງ​ໃນ​ບັນດາ​ລູກ​ຫຼານ​ຜູ້ດີ​ເດັ່ນຂອງ​ບ້ານ​ເກີດ​ເມືອງ​ນອນ​ກວາງ​ບິງ ​ໃນຄັ້ງນີ້, ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ລ້ວນ​ແຕ່​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ​ໃນ​ຊຸມ​ວັນ​ຢູ່​ດ້ຽນບຽນ, ພວກ​ຂ້າພະ​ເຈົ້າສຸມ​ໃສ່​ການ​ໂຄສະນາ 60 ປີ​ແຫ່ງ​ວັນ​ປົດ​ປ່ອນ​ດ້ຽນບຽນ ​ແລະ ​ໄປສະ​ແດງ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ພູດ​ອຍຕາມ​ການຈັດ​ແບ່ງ​ຂອງ​ຄະນະ​ຈັດຕັ້ງ​ເພື່ອ​ແນ່​ໃສ່​ໂຄສະນາ​ກ່ຽວ​ກັບ​ໄຊະນະ​ໃນ 60 ປີ​ກ່ອນ“./.

ຂ່າວ/ບົດ​ອື່ນ