ໄຂງານມະໂຫລານຟິມຮູບເງົາເອກະສານ ເອີລົບ - ຫວຽດນາມ ຄັ້ງທີ 9

(VOVWORLD) - ນີ້ແມ່ນເຫດການວັດທະນະທຳມີຄວາມໝາຍເພື່ອໃຫ້ຜູ້ຊົມ ຫວຽດນາມ ຊອກຮູ້, ຄົ້ນຫາກ່ຽວກັບປະຊາຊົນ, ຊີວິດການເປັນຢູ່ຫຼາຍບ່ອນໃນໂລກ.
ໄຂງານມະໂຫລານຟິມຮູບເງົາເອກະສານ ເອີລົບ - ຫວຽດນາມ ຄັ້ງທີ 9 - ảnh 1ພາບປະກອບ

ພິທີໄຂງານມະໂຫລານຟິມຮູບເງົາເອກະສານ ເອີລົບ - ຫວຽດນາມ ຄັ້ງທີ 9 ໄດ້ຈັດຕັ້ງໃນຕອນຄ່ຳວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການວັດທະນະທຳມີຄວາມໝາຍເພື່ອໃຫ້ຜູ້ຊົມ ຫວຽດນາມ ຊອກຮູ້, ຄົ້ນຫາກ່ຽວກັບປະຊາຊົນ, ຊີວິດການເປັນຢູ່ຫຼາຍບ່ອນໃນໂລກ. ຜ່ານງານມະໂຫລານນີ້, ຫວຽດນາມ ມີໂອກາດເປີດກ້ວາງການພົວພັນແລກປ່ຽນ, ການຮ່ວມມືໃນຂົງເຂດວັດທະນະທຳ ກັບບັນດາປະເທດ ເອີລົບ. ພ້ອມກັບງານມະໂຫລານສາຍຮູບເງົາສາກົນຮ່າໂນ້ຍ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງ 2 ປີ/ເທື່ອ, ງານມະໂຫລານຟິມຮູບເງົາເອກະສານ ເອີລົບ - ຫວຽດນາມ ໄດ້ ແລະ ພວມປະກອບສ່ວນສ້າງ, ພັດທະນາຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ ເຊື່ອມໂຍງຮອບດ້ານ.

        ງານມະໂຫລານຟິມຮູບເງົາເອກະສານປີນີ້ໄດ້ຮັບການຈັດຕັ້ງແຕ່ວັນທີ 8 – 17 ມິຖຸນາ, ມີ 11 ປະເທດເອີລົບເຂົ້າຮ່ວມ, ໃນນັ້ນມີ: ແບນຊິກ, ຝລັ່ງ, ແດນມາກ, ແອັດສະປາຍ…

ຕອບກັບ

ຂ່າວ/ບົດ​ອື່ນ