ໄຂງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ, ກຳປູເຈຍ,ມຽນມາ ແລະໄທ

ໄຂງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ, ກຳປູເຈຍ,ມຽນມາ ແລະໄທ - ảnh 1
ງານ​ມະ​ໂຫລານ​ສິ​ລະ​ປະອາ​ຊີບ 5 ປະ​ເທດ
ພາບ:vnexpress.net

(vovworld)- ງານ​ມະ​ໂຫລານ​ສິ​ລະ​ປະອາ​ຊີບ 5 ປະ​ເທດ​ຄື: ຫວຽດ​ນາມ,ລາວ, ກຳ​ປູ​ເຈຍ, ມຽນ​ມາ ແລະ​ໄທ ປີ 2016 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 18/7 ຢູ່ ແຂວງ ກວ໋າງ​ຈີ. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ, ມີ​ 21 ກອງ​ສິ​ລະ​ປະ, ໃນ​ນັ້ນ ມີ 17 ກອງ​ສິ​ລະ​ປະ​ພາຍ​ໃນ​ປະ​ເທດ ແລະ 4 ກອງ​ສິ​ລະ​ປະ​ມາ​ຈາກ​ຕ່າງ​ປະ​ເທດ ທີ່​ສະ​ແດງກວ່າ 200 ລາຍ​ການ​ສິ​ລະ​ປະ. ທ່ານ ເວືອງ​ຢູນ​ບຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

        “ງານ​ມະ​ໂຫລານ​ສິ​ລະ​ປະ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໂຄ​ສະ​ນາ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ຮັດ​ແຫນ້ນ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າ​ງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂຶ້ນ​ກັບ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ບັນ​ດາ​ປະ​ເທດ​ໃນ​ປະ​ຊາ​ຄົມ​ອາ​ຊຽນ. ຜ່ານ​ງານ​ມະ​ໂຫລານ, ພວກ​ເຮົາ​ມີ​ບັນ​ດາ​ການ​ກຳ​ນົດ​ທິດ​ອັນ​ຖືກ​ຕ້ອງ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ ກໍ່​ສ້າງ, ບຳ​ລຸງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພິ​ເສດ ເຊີດ​ຊູ​ນັກ​ສິ​ລະ​ປິນ​ທີ່​ມີ​ຄ​ວາມ​ເກັ່ງ​ກ້າ​ສາ​ມາດ​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ຊຸກ​ຍູ້​ພື້​ຖ​ນານ​ສິ​ລ​ະ​ປະ​ຂອງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.”

ງານ​ມະ​ໂຫລານ ຈະ​ອັດ​ລົງ​ໃນ​ວັນ​ທີ 25/7. ໃນ​ໄລ​ຍະ​ດຳ​ເນີນ​ງານ​ມະ​ໂຫລານ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ 5 ລາຍ​ການ​ດີ​ເດັ່ນ​ເພື່ອ​ໄປ​ສະ​ແດງ​ຮັບ​ໃຊ້​ປະ​ຊາ​ຊົນ​ແຂວງ ກວ໋າງ​ຈີ້.

ຕອບກັບ

ຂ່າວ/ບົດ​ອື່ນ