ໄຂງານມະໂຫລານອາຫານການກິນບັນດາປະເທດຄັ້ງທີ11

ໄຂງານມະໂຫລານອາຫານການກິນບັນດາປະເທດຄັ້ງທີ11 - ảnh 1
ງານມະໂຫລານອາຫານການກິນບັນດາປະເທດຄັ້ງທີ11
(ພາບ: news.zing.vn)

(vovworld) - ​​ ​ຕອນ​ຄ່ຳ​ວັນ​ທີ 15/12, ຢູ່​ສວນ​ສາ​ທາ​ລະ​ນະ ເລ​ວັນ​ຕ໋າມ, ພະ​ແນກ​ທ່ອງ​ທ່ຽ​ວ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ໄຂ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​​ບັນ​ດາ​ປະ​ເທດ ຄັ້ງ​ທີ 11 ປີ 2016 ດ້ວຍ​ຫົວ​ຂ​ໍ້ “ສີລະ​ປະ​ໃນ​ການ​ເຮັດ​ອາ​ຫານ​ການ​ກິນ​ຫຼ​າຍ​ລົດ​ຊາດ”. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມີຮ້ານ​ອາ​ຫານ 150 ຮ້ານ​ທີ່​ຕາງ​ໜ້າ​ໃຫ້ 20 ພື້ນ​ຖານ​ອາ​ຫານ​ການ​ກິນ​ສາ​ກົນ. ກ່າວ​ຄຳ​ເຫັນ​ໄຂ​ງານ​ມະ​ໂຫລານ, ທ່ານ ບຸ່ຍ​ຕ໋າ​​ຮ່​ວາງຫ​ວູ, ຫົວ​ໜ້າ​ພະ​ແນກ​ທ່​ອງ​ທ່ຽວ​ນະ​ຄອນ ໃຫ້​ຮູ້​ວ່າ, ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​​ບັນ​ດາ​ປະ​ເທດ ແມ່ນ​ເຫດ​ການ​ປະ​ຈຳ​ປີ​ຂອງ​ຂະ​ແໜງ​ທ່ອ​ງ​ທ່ຽວ​ນະ​ຄອນ, ເພື່ອ​ແນ​ໃສ່​ເຊີດ​ຊູ, ຂຸດ​ຄົ້ນ​ທ່າ​ແຮງ​ຂອງວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ຂອງ​ຫວຽດ​ນາມ.

        ​ງານ​ມະ​ໂຫລານ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 – 18/12, ຜູ້​​ເຂົ້າ​ຮ່ວມ​ຊົມ​​ງານຈະ​ໄດ້​ຮັບ​ປະ​ທານ​​ບັນ​ດາ​​ເຍື່ອງອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ