ໄຂ​ງານ​ມະ​ໂຫລານ​ຮູບ​ເງົາສາ​ກົນ Berlin ຄັ້ງ​ທີ 71

(VOVWORLD) -  ວັນທີ 1 ມີນາ, ງານມະໂຫລານຮູບເງົາສາກົນ Berlin ຄັ້ງທີ 71 ຖືກໄຂຂຶ້ນຕາມຮູບການອອນລາຍ ຢູ່ນະຄອນຫຼວງ Berlin, ເຢຍລະມັນ.

       ຍ້ອນມີຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ງານມະໂຫລານຮູບເງົາສາກົນ Berlin ປີນີ້ ຖືກດຳເນີນເປັນ 2 ໄລຍະ, ໃນນັ້ນ, ໄລຍະທຳອິດ ຖືກດຳເນີນແຕ່ວັນທີ 1 ຫາວັນທີ 5 ມີນາ. ນີ້ແມ່ນໄລຍະແຂ່ງຂັນຮູບເງົາປະມານ 170 ເລື່ອງ ທີ່ມາຈາກ 59 ປະເທດ ແລະ ເຂດແຄວ້ນ. ສ່ວນໃນໄລຍະທີ 2, ແຕ່ວັນທີ 9 – 20 ມິຖຸນາ ແມ່ນໄລຍະສາຍຮູບເງົາຢູ່ໂຮງຮູບເງົາ ກໍຄືມອບລາງວັນໃຫ້ແກ່ບັນດາຮູບເງົາທີ່ດີເດັ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ