ໄຂງານມະໂຫລານຮູບເງົາສາກົນຮ່າໂນ້ຍຄັ້ງທີ4

ໄຂງານມະໂຫລານຮູບເງົາສາກົນຮ່າໂນ້ຍຄັ້ງທີ4 - ảnh 1
ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 4

(vovworld) – ​ ​ດ້ວຍ​ຫົວ​ຂໍ້ “ຮູບ​ເງົາ - ການ​ເຊື່ອມ​​ໂຍງ ​ແລະ ພັດທະນາ​ແບບ​ຍືນ​ຍົງ” ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 4 ​ໂດຍ​ກົມ​ຮູບ​ເງົາ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 01/11 ຢູ່ຫໍ​ວັດທະນະທຳ​ມິດຕະພາບ​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ພ້ອມ​ກັບ​ບັນດາ​ນັກ​ສິລະ​ປະ, ນັກສະ​ແດງ, ນັກ​ຜະລິດ​ຮູບ​ເງົາ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ. ງານ​ມະ​ໂຫລານ​ປີ​ນີ້ ຈະ​ແນະນຳ​​ໃຫ້​ຜູ້​ຊົມ ຫວຽດນາມ ຮູບ​ເງົາ 146 ​ເລື່ອງ​ຂອງ 43 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ບັນດາ​ຮູບ​ເງົາ​ມີ​ເນື້ອ​ໃນ​ອຸດົມ​ສົມ​ບຸນ, ຫລາຍ​ຮູບ​ຫລາຍ​ແບບ​ກ່ຽວ​ກັບປະ​ເພ​ດ, ຈາກ​ຮູບ​ເງົາ​ເລື່ອງ​ຍາວ, ຟີມ​ເອກະສານ​ຕະຫລອດ​ຮອດ​ເລື່ອງ​ກະຕຸ​ນຂອງ​ບັນດາ​ພື້ນຖານ​ຮູບ​ເງົາ​ທີ່​ກ້າວໜ້າ​ຄື: ອາ​ເມ​ລິ​ກາ, ອັງກິດ, ຝະລັ່ງ, ອິນ​ເດຍ, ຍີ່ປຸ່ນ…​ໃນ​ນັ້ນ ຫວຽດນາມ ມີ​ຮູບ​ເງົາ 2 ​ເລື່ອງ​ຄື: “ຂ້ອຍ​ເຫັນ​ດອກ​ໄມ້​ສີ​ເຫຼືອງ​ຢູ່​ທົ່ງ​ຫຍ້າ​ສີຂຽວ” ​ແລະ “ຖືກ​ຫວຍ” ພ້ອມ​ກັບ​ຮູບ​ເງົາ​ສັ້ນ 10 ​ເລື່ອງ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຍາດ​ລາງວັນ ​ແລະ ຮູບ​ເງົາ​ປະ​ເພດ​ອື່ນ 17 ​ເລື່ອງ​ໄດ້ຄັດ​ເລືອກ​ເພື່ອສາຍ​ໃນ​ງານ​ມະ​ໂຫລານ. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ໄຂ ທ່ານ ຫງວຽນ​ງ້ອກທ້ຽນ ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ໃຫ້​ຮູ້​ວ່າ:

        “ງານມະ​ໂຫລານ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍ ​ໄດ້​ເປີດ​ກ້ວາງປະ​ເພດ​ຮູບ​ເງົາ​ເຂົ້າ​ຮ່ວມ​ການ​ເສັງ ດ້ວຍ​ບັນດາ​ພື້ນຖານ​ຮູ​ບ​ເງົາ, ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທັງ​ໝົດ. ສ້າງ​ກາລະ​ໂອກາດ​ໃຫຍ່ ​ເພື່ອ​ໃຫ້​ບັນດາ​ນັກສິລະ​ປິນຮູບ​ເງົາ ຫວຽດນາມ ​ແລະ ສາກົນ​ເປີດ​ກ້ວາງ​ການພົບ​ປະ, ​ແລກປ່ຽນ​ວິຊາ​ຊີບ, ຖອດ​ຖອນ​ບົດຮຽນ ປະກອບສ່ວນ​ພັດທະນາ​ພື້ນຖານ​ຮູບ​ເງົາ ຫວຽດນາມ, ພາກ​ພື້ນ ​ແລະ ສາກົນ. ​ເຊີດ​ຊູ, ​ແນະນຳ​ສີສັນ​ວັດທະນະທຳ, ປະຊາຊົນ ຫວຽດນາມ ນີ້​ຫກໍ່​ແມ່ນ​ຈຸດປະສົງ​ຂອງ​ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 4

ຂ່າວ/ບົດ​ອື່ນ