ໄຂງານວາງສະແດງການຄ້າ “ຫວຽດນາມ” ຢູ່ມົດສະກູ

ໄຂງານວາງສະແດງການຄ້າ “ຫວຽດນາມ” ຢູ່ມົດສະກູ - ảnh 1
ໄຂງານວາງສະແດງການຄ້າ “ຫວຽດນາມ” ຢູ່ມົດສະກູ
(ພາບ: baoquocte.vn)


(vovworld) - ​ວັນ​ທີ 13/10, ຢູ່​ເຂດ​ຂາຍ​ສົ່ງ, ຂາຍ​ຍ່ອຍ​ສະ​ບຽງ​ອາ​ຫານ​ໃຫຍ່ກວ່າ​ໝູ່​ຢູ່​ປະ​ເທດ​ລັດ​ເຊຍ ທີ່​ມີ​ຊື່​ວ່າ “Food City” ຢູ່​ມົດ​ສະ​ກ​ູ, ໄດ້​ດຳ​ເນີ​ນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ການ​ຄ້າ “ຫວຽດ​ນາມ”. ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ Viktor Kambolov, ປະ​ທານ​ບໍ​ລິ​ຫານ​​ສະ​ຫະສະ​ມາ​ຄົມບັນ​ດາ​ນັກ​ທຸ​ລະ​ກິດ​ພ​າກ​ພື້ນ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ສັງ​ກັດ “ສະ​ຫະສະ​ມາ​ຄົມດຳ​ເນີນ​ທຸ​ລະ​ກິດ​ອາ​ຊີ - ເອີ​ລົບ”, ທ່ານ​ນາງ ບຸຍ​ທິ​ແທງອານ, ຮອງ​ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ, ການ​ນຳ“Food City”…. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ເຄື່ອງ​ໃຊ້​ສອຍ, ໃນ​ນັ້ນ​ມີ​ຊ​າ​​ຊະ​ນິດ​ຕ່າງໆ, ກາ​ເຟ, ມາກ​ໄມ້​ອົບ​ແຫ້ງ…. ນີ້​ຈະ​ແມ່ນ​ແຫ່ງ​ໂຄ​ສະ​ນາ​ສິນ​ຄ້າ​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ​ສູງ​ເຖິງ​ຕະ​ຫຼາດລັດ​ເຊຍ ​ດ້ວຍ​ພົນ​ລ​ະ​ເມືອງກວ່າ 140 ລ້ານ​ຄົນ.

        ເນື່ອງ​ໃນ​ໂອກາດນີ້, ທ່ານ Viktor Kambolov ແລະ ທ່ານ​ນາງ ບຸຍ​ທິ​ແທງອານ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສົມ​ທົບກັນ​ປະ​ຕິ​ບັດ​ວຽກ​ງານ. ຂໍ້​ຕົກ​ລົງ​ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ​ນຳ​ໃຊ້​​ທ່າ​ໄດ້​ປຽບ​ຂອງ​​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ​ ກັບ EAEU ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ສຸດ​ຂີດ.

ຂ່າວ/ບົດ​ອື່ນ