ໄຂງານວາງສະແດງຕະຫຼາດນັດທ່ອງທ່ຽວການຄ້າເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

ໄຂງານວາງສະແດງຕະຫຼາດນັດທ່ອງທ່ຽວການຄ້າເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1
(ງານວາງສະແດງຕະຫຼາດນັດທ່ອງທ່ຽວການຄ້າ
ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ)


​(vovworld) – “ສັບປະ​ດາ​ທ່ອງ​ທ່ຽວ​ຂຽວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ປີ 2015” ຢູ່​ນະຄອນ​ເກີ​ນ​ເທີ ​ເລີ່​ມ​ດຳ​ເນີນ​ໄປຢ່າງ​ເປັນ​ທາງ​ການ, ດ້ວຍ​ພິທີ​ໄຂງານ​ວາງສະ​​ແດງ​ທ່ອງ​ທ່ຽວ, ການ​ຄ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ​ໃນ​ຕອນ​ຄໍ່າ​ວັນ​ທີ 27/06. ຄະນະ​ຈັດ​ຕັ້ງ​ໃຫ້​ຮູ​້ວ່າ: ງານ​ວາງສະ​ແດງ​ແມ່ນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ແລະ ລູກ​ຄ້າ​ເພື່ອ​ຍູ້​ແຮງ​ການ​ໂຄສະ​ນາ​ເຄື່ອງໝາຍ​ການ​ຄ້າ, ຜະລິດ​ຕະພັນ, ການ​ບໍລິການ​​ໂດ​ຍກົງເຖິງ​ລູກ​ຄ້າທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ.  ພ້ອມ​ກັນ​ນັ້ນ, ງານ​ສາງ​ສະ​ແດງ​ກໍ​ເປີດ​ກາລະ​ໂອກາດ​ຮ່ວມ​ມື, ສົ່ງ​ເສີມ​ການ​ຄ້າ ດ້ານ​ກາ​ນທ່ອງ​ທ່ຽວ ​ແລະ ການ​ບໍລິການ​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ​ບັນດາແຂ​ວງນະຄອນ​ໃນ​ທົ່ວ​ປະ​ເທດ. ງານ​ວາງສະ​ແດງ ຈະ​ເປີດ​ປະຕູ​ຮອດ​ວັນ​ທີ 03/07 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ