ໄຂງານວາງສະແດງພາບແຕ້ມສິລະປະຫວຽດນາມ ຢູ່ມາເລເຊຍ

ໄຂງານວາງສະແດງພາບແຕ້ມສິລະປະຫວຽດນາມ ຢູ່ມາເລເຊຍ - ảnh 1
ທີ່ງານ​ວາງສະ​ແດງ​ພາບ​ແຕ້ມ​ສິລະ​ປະ​ຫວຽດນາມ ຢູ່​ມາ​ເລ​ເຊຍ
(ພາບ: vietnamplus.vn)

(vovworld) -     ງານ​ວາງສະ​ແດງ​ພາບ​ແຕ້ມຍຸກ​ປະຈຸ​ບັນຫວຽດນາມ ຫາ​ກໍ​ໄຂ​ຂຶ້ນ​ຢູ່​ນະຄອນ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ Nguyen Hong Thao ​ໃຫ້​ຮູ້​ວ່າ ງານ​ວາງສະ​ແດງ​ພາບ​ແຕ້ມ​ໄດ້​ຈັດ​ຂຶ້ນ​​ເປັນ​ຄັ້ງທຳ​ອິດ​​ຢູ່ ມາ​ເລ​ເຊຍ ນີ້ໄດ້​ໂຄສະນາ​​ໃຫ້​ປະຊາຊົນ​ມາ​ເລ​​ເຊຍ ​​ແລະ ​ເພື່ອ​ນມິດສາ​ກົນຮູ້ຈັກ​ເຖິງ​ບັນດາ​ຈຸດ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສິລະ​ປະຍຸກ​ປະຈຸ​ບັນຫວຽດນາມ, ຊ່ວຍ​ໃຫ້​ເຂົາ​ເຈົ້າເຂົ້າ​ໃຈ​ແຈ້ງ​​ກ່ຽວ​ກັບ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽ​ດນາມກວ່າອີກ ຜ່ານ​ບັນດາ​ພາບ​ແຕ້ມ​ທີ່​ມີ​ຊີວິ​ດຊີວາ, ມີ​ຫົວຄິດ​ປະດິດ​ສ້າງ. ທ່ານ Nguyen Hong Thao ​ໄດ້​ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ງານ​ວາງສະ​ແດງ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍິ່ງກວ່າ​ອີກ ພິ​ເສດ​​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ໃນ​ອະນາຄົດ. ງານ​ວາງສະ​ແດງ​ພາບ​ແຕ້ມຍຸກ​ປະຈຸ​ບັນ​ຫວຽດນາມ ​ແມ່ນ​ເຫດການ​ທຳ​ອິດ​ນອນ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ ​ເພື່ອ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ​ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ມາ​ເລ​ເຊຍ ​ໃນ​ປີ 2013. ​ໂດຍ​ສືບ​ຕໍ່​ງານ​ວາງສະ​ແດງ​ຄັ້ງ​ນີ້, ສະຖານທູດ​ຫວຽດນາມ ຈະ​ຈັດ​ຕັ້ງ​ບັນດາ​ລາຍການສະ​ແດງ​ສິລະ​ປະ​ໂດຍຄະນະສິລະ​ປະກອນພາ​ຍ​ໃນ​ປະ​ເທດ​​ໄປສະ​ແດງ ​ເພື່ອ​ຮັບ​ໃຊ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ, ຄົນ​ງານ​ຫວຽດນາມ ​ແລະ ປະຊາຊົນ​ມາ​ເລ​ເຊຍ ຢູ່​ລັດ Penang ​ແລະ ລັດ Kedah ​ໃນ​ອະທິດຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ