ໄຂງານວາງສະແດງວິຈິດສີນນາຍພົນທີ່ມີຊື່ສຽງຫວຽດນາມ

ໄຂງານວາງສະແດງວິຈິດສີນນາຍພົນທີ່ມີຊື່ສຽງຫວຽດນາມ - ảnh 1
ພົນ​ເອກ ຫວໍ​ງວຽນ​ຢາບ
(ພາບ​ປະ​ກອບ)

(vovworld) – ວັນ​ທີ 26/4, ຢູ​່​ເຂດ​ສາ​ລາ - ວິ​ຫານ ກວກ​ເຕື໋ອງ​ລີງ​ຕື່ (ຢູ່​ຕາ​ແສງ ວັນ​ມົນ, ເມືອງ ອຽນ​ຟອງ, ແຂວງ ບັກ​ນີງ), ຫໍ​ພິ​ພິ​ດ​ຕະ​ພັນ​ປະ​ຫ​ວັດ​ສາດ​ການ​ທະ​ຫານ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ ຫວຽດ​ນາມ, ສະ​ມາ​ຄົມ​ມໍ​ລະ​ດົກ ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ວິ​ສາ​ຫະ​ກິດ​ໜຸ່ມ​ແຂວງ ບັກ​ນີງ ໄດ​້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ວິ​ຈິດ​ສີນ ​ນາຍ​ພົນ​ທີ່​ມີ​ຊື່​ສ​ຽງ ຫວຽດ​ນາມ. ງານ​ວາ​ງ​ສະ​ແດງ​ໄດ​້​ດຶງ​ດູດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ ​ສິ​ລະ​ປະຫຼາຍ​ປະ​ເພດ​ຄື: ແກະ​ຄວັດ​ສະຫຼັກ, ຈິດ​ຕະ​ກຳ, ​ຖ່າຍຮູບ ແລະ ບົດ​ກະ​ວີ, ບົດ​ເພງ, ​ເຊິ່ງໄດ້​ວ​າດ​ພາບ​ຮູບ​ພາບ​ຂອງ​ບັນ​ດາ​ນັກ​ວິ​ລະ​ຊົນ, ນາຍ​ພົນ, ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ. ໃນ​ນັ້ນ, ງານ​ວາງ​ສະ​ແດງ​ໄດ້​ສຸມ​ໃສ່​ເຮັດ​ໃຫ້​ຮູ​ບ​ພາບ​ຂອງ​ບັນ​ດາ​ນັກ​ວິ​ລະ​ຊົນ​ຂອງ​ຊາດ, ນາຍ​ພົນ​ຜູ້​​ມື​ຊື່​ສຽງ​ຄື: ທ່ານ​ປະ​ທານ​ ໂຮ່​ຈີ​ມິນ ແລະ ​ບັນ​ດານາຍ​ພົນ​ຄື: ຫວໍ​ງວຽນ​ຢາບ, ຫງວຽນ​ຈີ໋​ແທງ, ເລ​ຈ້ອງ​ເຕີ໋ນ, ຮ່​ວາງວັນ​ທ໋າຍ… ກໍ່​ທີ່​ງານ​ວາງ​ສະ​ແດງ, ປະ​ຊາ​ຊົນ​​ຍັງມ​ີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ຕົວ​ພະ​ຍານ​ປະ​ຫວັດ​ສາດ. ງານ​ວາງ​ສະ​ແດງ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 28/4.

 


ຂ່າວ/ບົດ​ອື່ນ