ໄຂງານວາງສະແດງສາກົນກ່ຽວກັບຜະລິດຕະພັນ,ການບໍລິການໂທລະຄົມ

ໄຂງານວາງສະແດງສາກົນກ່ຽວກັບຜະລິດຕະພັນ,ການບໍລິການໂທລະຄົມ - ảnh 1
(ງານວາງສະແດງສາກົນກ່ຽວກັບຜະລິດຕະພັນ,ການບໍລິການໂທລະຄົມ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 20/07, ຢູ່​ຮ່າ​ໂນ້ຍ, ກະ​ຊວງຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ໄຂ​ງານ​ວາງ​ສະ​ແດງ​ສາ​ກົນ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ໂທ​ລະ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ ແລະ ສື່​ສານ​ຫວຽດ​ນາມ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ວິ​ສາ​ຫະ​ກິດ​ເກືອບ 150 ແຫ່ງ​ທີ່​ມາ​​ຈາກ​ບັນ​ດາ​ປະ​ເທດ ແລະ ເຂດ​ແຂ້ວ​ນ​ໃນ​ໂລກ​ຄື: ຍີ່​ປຸ່ນ, ສ.ເກົາ​ຫຼີ, ສິງ​ກະ​ໂ​ປ, ໄທ, ອາ​ເມ​ລິ​ກາ, ຫວຽດ​ນາມ… ງານ​ວາງ​ສະ​ແດງ​ໄດ້​ວາງ​ສະ​ແດງ​ຕາມ​ຫົວ​ເລື່ອງ​ສະ​ເພ​າະ​ຄື: ການ​ບໍ​ລິ​ການ​ສະ​ໜອງ ແລະ ຂຸດ​ຄົ້ນ​ໃນ​ໂທ​ລະ​ສັບ​ມື​ຖື ແລະ ອີນ​ເຕີ​ແນັດ; ເຄື່ອງ​ໃຊ້​ອີນ​ເຕີ​ແນັດ ແລະ ເຄື່ອນ​ທີ; ​ການ​ບໍ​ລິ​ການ​ຄຸ້ມ​ຄອງ, ກະ​ຈາຍ​ສຽງ - ໂທ​ລະ​ພາບ…

        ງານ​ວາງ​ສະ​ແດງ​ຖືກ​ດຳ​ເນີນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ ICE, ແຕ່​ວັນ​ທີ 20 – 22/07.

ຂ່າວ/ບົດ​ອື່ນ