ໄຂງານວາງສະແດງຮູບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ເຫ້ວ

ໄຂງານວາງສະແດງຮູບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ເຫ້ວ - ảnh 1
ຜູ້ຊົມຮູບຖ່າຍໃນງານວາງສະແດງ
(ພາບ: vietnamnet.vn)

(vovworld) – ສູນ​ສື່ມວນ​ຊົນ ​ແລະ ຮ່ວມ​ມືສື່ສານ​ສາກົນ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ແຂວງ ​ເທື່ອ​ທຽນ ​ເຫ້ວ ຫາ​ກໍ່​ໄຂ​ງານວາງສະ​ແດງ​ຮູບ​ຖ່າຍ​ແລະ​ຮູບ​ເງົາ ​ສາລະ​ຄະດີ-​ເອກະສານ​ ໃນ​ປະຊາ​ຄົມ​ ອາ​ຊຽນ ຢູ່​ ຫວຽດນາມ. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ຖ່າຍ ​ແລະ​ຮູບ​ເງົາ​ສາລະ​ຄະດີ ​ເອກະສານ​ເກືອບ 60 ຢ່າງ​ທີ່​​ໄດ້​ຮັບລາງວັນ ​ແລະ ​ເຂົ້າ​ຮອບ​ແຂ່ງຂັນ​ຊະນະ​ເລີດ​ໃນງາ​ນມະ​ໂຫລານ​ສາກົນ​ຮູບ​ຖ່າຍ ​ແລະ ຮູບ​ເງົາ​ສາລະ​ຄະດີ - ​ເອກະສານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປະຊາ​ຄົມ ອາ​ຊຽນ ປີ 2013, ງານ​ມະ​ໂຫລານຮູບ​ຖ່າຍ ​- ​ສາລະ​ຄະດີ ​ແລະ ​ເອກະສານກ່ຽວ​ກັບ​ບັນດາ​​ເຜົ່າ​ໃນ​ປະຊາ​ຄົມ ອາ​ຊຽນ ປີ 2015 ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຈັດ​ຕັ້ງ. ບັນດາ​ບົດ​ປະພັນ​​ທີ່​ນຳ​ມາ​ວາງສະ​ແດງ​​ໄດ້​ສ່ອງ​ແສງຄວາມ​ງາມ​ຂອງ​ປະ​ເທດ​ຊາດ, ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ, ວັດທະນະທຳ​ທ່ີ​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​​ເຜົ່າ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ຊຽນ… ງານ​ວາງສະ​ແດງ​ຈະ​ຖືກ​ອັດ​ລົງ​ໃນ​ວັນ​ທີ 30/7.


ຂ່າວ/ບົດ​ອື່ນ