ໄຂງານວາງສະແດງຮູບພາບ” ແມ່ຍິງ ແລະ ຫົວຄິດປະດິດສ້າງ ປີ 2015”

ໄຂງານວາງສະແດງຮູບພາບ” ແມ່ຍິງ ແລະ ຫົວຄິດປະດິດສ້າງ ປີ 2015” - ảnh 1
ງານ​ວາງສະ​ແດງ​ໄດ້​ແນະນຳ 90
ຜະລິດ​ຕະພັນທີ່​ມີ​ຫົວຄິດ​ປະດິດ​ສ້າງ
(ພາບ: cand)

(vovworld) – ​ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ຫວຽດນາມ (20/10/1930-20/10/2015) ​​, ສະຫະພັນ​ແມ່ຍິງ​ຫວຽດນາມ​​ໄດ້ໄຂ​ງານ​ວາງສະ​ແດງ​” ​ແມ່ຍິງ ​ແລະ ຫົວຄິດ​ປະດິດ​ສ້າງ ປີ 2015 ” ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 16/10 ຢູ່​ຫໍພິພິດທະພັນ​ແມ່ຍິງ​ຫວຽດນາມ. ງານ​ວາງສະ​ແດງ​ໄດ້​ແນະນຳ 90 ຜະລິດ​ຕະພັນທີ່​ມີ​ຫົວຄິດ​ປະດິດ​ສ້າງ, ​ໃນ​ນັ້ນ​ມີ 7 ຜະລິດ​ຕະພັນ​ ໄດ້​ຮັບ​ລາງວັນ​ປີ 2013 ​ແລະ 4 ຜະລິດ​ຕະພັນ​ໄດ້​ຮັບ​ລາງວັນ “ ວັນ​ຫົວຄິດ​ປະດິດ​ສ້າງ ສ. ​ເກົາຫຼີ ປີ 2015 “.  ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ເຫຼົ່າ​ນັ້ນ​ ​ ລ້ວນ​ແຕ່ໄດ້​ສ່ອງ​ແສງຕາ​ມ

ບັນດາ​ຫົວ​ເລື່ອງດ້ານ​ເສດຖະກິດ, ການ​ສຶກສາ-​ບໍາລຸງ​ສ້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ວັນນະຄະດີ-ສິລະ​ປະ, ສັງຄົມ, ດ້ວຍ​ຫຼາຍ​ຮູບ​ການຜະລິດ​ວັດຖຸ​ພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ອຸດົມສົມບູນ. ງານ​ວາງສະ​ແດງ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 30/10. ​ເນື່ອງ​ໃນ​ໂອກາດ​ນີ້ ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 31 ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະທີ່​ມີ​ຜະລິດ​ຕະພັນ​ມີ​ຫົວຄິດ​ປະດິດ​ສ້າງ​ດີ​ເດັ່ນ.

ຂ່າວ/ບົດ​ອື່ນ