ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ”

ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ” - ảnh 1
ງານ​ວາງສະ​ແດງ​ຮູບ​ພາບ“​ໄວ​ຫນຸ່ມ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ປົກ​ປັກ
​ຮັກສາ​ອະທິປະ​ໄຕທະ​ເລ​ຕາ​ເວັນ​ອອກ
photo:tuoitre.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 24/8, ຢູ່ ​ຫໍ​ວັດທະນະທຳ ຊາວ​ຫນຸ່ມ, ນະຄອນ ​ໂຮ່ຈິ​ມີນ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ“​ໄວ​ຫນຸ່ມ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ຕາ​ເວັນ​ອອກ”. ງານ​ວາງສະ​ແດງ​ດັ່ງກ່າວ​ໂດຍ​ຫນັງສືພິມ​ ຕວຍ​ແຈ໋(​ແປ່​ວ່​າ​ໄວ​ຫນຸ່ມ” ຈັດ​ຕັ້ງ​ຂຶ້ນ ດ້ວຍຫົວ​ເລື່ອງວ່າ: “ພະຍານ​ຫລັກ​ຖານ​ປະ​ຫວັດ​ສາດ​ອະທິປະ​ໄຕ ຮ່ວາງ​ຊາ - ​ເຈື່ອງ​ຊາ” ຂອງ​ຫວຽດນາມ, 75 ວັນ​ແຫ່ງ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ຕາ​ເວັນ​ອອກ.  ທີ່​ງານວາງສະ​ແດງ ມີ​ຮູບ​ພາບ​ເກືອບ 200 ​ແຜ່ນ, ບົດ​ຫນັງສືພິມ ຫລາຍ​ສະບັບ ​ແລະ video ຂອງ​ບັນດາ​ນັກ​ຂ່າວ​ເມື່ອ​ປະຕິບັດ​ງານ​ຢູ່​ ຮ່ວາງ​ຊາ ​ໃນ​ຊຸມ​ມື້​ທີ່ ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດຈຳ​ເພາະ​​ເສດຖະກິ​ດ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ.  ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ ຍັງ​ມີ​ລາຍການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ຜູ້​ຊົມ​ກັບ ຮ້ອຍ​ເອກ ​ເລ​ຈູງ​ແທ່ງ, ກັບຕັນ ກຳ​ປັ່ນ​ຕຳຫລວດ​ທະ​ເລ 4033 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ກຳ​ປັ່ນ​ໄດ້​ຂົນ​ສົ່ງ​ບັນດາ​ນັກ​ຂ່າວ​ພາຍ​ໃນ ​ແລະ ສາກົນ​​ໄປ​ເຖິງ​ບໍລິ​ເວນ​ທີ່ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ. ຮ້ອຍ​ເອກ ​ເລ​ຈູງ​ແທ່ງ ​ໃຫ້​ຮູ້​ວ່າ​:

        “ຜ່ານ​ງານ​ວາງສະ​ແດງ​ຂອງ​ຫນັງສືພິມ ຕວຍ​ແຈ໋ ​ໄດ້​ນຳ​ບັນດາ​ຮູບ​ພາບ​ທີ່​ຖືກ​ກັບ​ຄວາມ​ຈິງ​ໃນ​ໄລຍະ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິ​ດຈຳ​ເພາະ​ຂອງ​ຫວຽດນາມ. ບັນດາ​ຮູບ​ພາບ​ນີ້​ແມ່ນ​ການ​ລະດົມ​ກຳລັງ​ໃຈ ​ແລະ ສະ​ແດງ​ໃຫ້​ເຫັນ​ການ​ຕໍ່ສູ້​ຄວາມ​ເປັນ​ທຳ​ຂອງ​ຊາດ​ເຮົາ. ຜ່ານ​ນັ້ນ ຍົກ​ໃຫ້​ຊາວ​ຫນຸ່ມ​ທຸກ​ຄົນ​ເຫັນ​ໄດ້​ຄວາມຮັບຜິດຊອບ, ພັນທະ​ຂອງ​ຊາວ​ຫນຸ່ມພວກ​ເຮົາ ຕ້ອງ​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ, ປົກ​ປັກ​ຮັກສາ​ອະທິປະ​ໄຕ.”

ຂ່າວ/ບົດ​ອື່ນ