ໄຂງານວາງສະແດງແລະງານບຸນປື້ມທາງອອນລາຍສະເຫຼີມສະຫຼອງ 110 ປີແຫ່ງວັນປະທານໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ

(VOVWORLD) -ງານວາງສະແດງແນະນຳຕໍ່ມວນຊົນກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເລື່ອງຊອກຫາເສັ້ນທາງກູ້ຊາດຂອງ ເພິ່ນ; ກ່ຽວກັບບົດບາດນຳພາຂອງພັກ ແລະ ຂອງລຸ່ງ ໂຮ່ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ
ໄຂງານວາງສະແດງແລະງານບຸນປື້ມທາງອອນລາຍສະເຫຼີມສະຫຼອງ 110 ປີແຫ່ງວັນປະທານໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ - ảnh 1(ພິທີໄຂງານວາງສະແດງ)

ວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມພິມຈຳໜ່າຍຫວຽດນາມ ໄດ້ຈັດງານວາງສະແດງ ແລະ ງານບຸນປຶ້ມທາງອອນລາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນປະທານໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ ທີ່ເວັບໄຊ https://book365.vn ໃນລະຫວ່າງວັນທີ 04 – 15 ມິຖຸນາ (ເວລາຈັດງານບຸນປຶ້ມທາງອອນລາຍຈະແກ່ຍາວຮອດວັນທີ 30 ມິຖຸນາ). ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ປະທານສະມາຄົມພິມຈຳໜ່າຍຫວຽດນາມ ຮ່ວາງວິ້ງບາວ ໃຫ້ຮູ້ວ່າ, ຜ່ານງານວາງສະແດງ, ແນະນຳເອກະສານ, ປຶ້ມກ່ຽວກັບຊີວິດ, ພາລະກິດປະຕິວັດຂອງປະທານໂຮ່ຈີມິນ - ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ, ງານວາງສະແດງແນະນຳຕໍ່ມວນຊົນກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເລື່ອງຊອກຫາເສັ້ນທາງກູ້ຊາດຂອງ ເພິ່ນ; ກ່ຽວກັບບົດບາດນຳພາຂອງພັກ ແລະ ຂອງລຸ່ງ ໂຮ່ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ເປັນ 2 ຄັ້ງ, ການສ້າງສາປະເທດຊາດ… ປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມໃນການຮ່ຳຮຽນ, ປະຕິບັດຕາມແບບຢ່າງ, ຄຸນສົມບັດ, ວິຖີຊີວິດ ໂຮ່ຈີມິນ ແລະ ການສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ