ໄຂ“ຊຸມວັນວັດທະນະທຳຫວຽດນາມຢູ່ສະຫະພັນລັດເຊຍ”

ໄຂ“ຊຸມວັນວັດທະນະທຳຫວຽດນາມຢູ່ສະຫະພັນລັດເຊຍ” - ảnh 1
ຜູ້ຢ້ຽມຊົມພາບສີຂັດມັນໃນໂຄງການເປັນຈຳນວນຫຼວງຫຼາຍ
(ພາບ:TTXVN)

(vovworld) – “ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄຳ່​ວັນ​ທີ 25/6, ຢູ່​ນະຄອນຫຼວງ​ມົດສກູ ​ແລະ ​​ແກ່ຍາວ​ຮອດ​ວັນ​ທີ 30/6. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ Vladimir Alechander, ຮອງ​ລັດຖະມົນຕີ​ຜູ້​ທີ່​ໜຶ່ງ ກະຊວງ​ວັດທະນະທຳສະຫະພັນ ລັດ​ເຊຍ ​ເນັ້ນ​ໜັກ​ວ່າຜົນ​ກະທົບ​ລະ​ຫວ່າງ​ຂົງ​ເຂດ​ວັດທະນະທຳ ​ໄດ້ປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ ຫວຽດນາມ - ສະຫະພັນ ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ລັດຖະມົນຕີ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ, ຢືນຢັນ​ວ່າ:

    “ລາຍການ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຜູ້​ຊົມ​ສະຫະພັນ ລັດ​ເຊຍ ​ແລະ ​ເພື່ອນ​ມິດສາ​ກົນ​ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່​ສະຫະພັນ ລັດ​ເຊຍ ​ເຂົ້າ​ໃຈ​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ ຫວຽດນາມ ທີ່​ອຸດົມສົມບູນ, ​​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນຊາດ, ພ້ອມ​ທັງ​ຮູ້ຈັກ​ທ່າ​ແຮງຂອງ​ຂະ​ແໜງ​ກິລາ ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງ​ທ່ຽວ​ຂອງ ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​​ແນວ​ແນ່​ວ່າ, “ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ” ຄັ້ງ​ນີ້​ຈະ​ສ້າງ​ເງື່ອນ​ໄຂ​ພັດທະນາ​ຄວາມ​ສະໜິດ​ຕິ​ດພັນ, ການ​ພົວພັນຮ່ວມ​ມື, ​ແລກປ່ຽນ​ວັດ​ທະນະ​ທຳ, ສິລະ​ປະລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິ​ດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ.”


ຂ່າວ/ບົດ​ອື່ນ