ໄຂຖະໜົນ “ແຕ້ມຕົວໜັງສືຈີນ ໃນໂອກາດປີໃໝ່ ປີມະເມຍ“ ຮັບໃຊ້ ປະຊາຊົນ

ໄຂຖະໜົນ “ແຕ້ມຕົວໜັງສືຈີນ ໃນໂອກາດປີໃໝ່ ປີມະເມຍ“ ຮັບໃຊ້ ປະຊາຊົນ - ảnh 1
ຖະໜົນ “​ແຕ້ມ​ຕົວ​ໜັງສື​ຈີນ​​ໃນ​ໂອກາດ​ປີ​ໃໝ່ ປີ​ມະ​ເມຍ 2014“
(ພາບ: cand.com.vn)


(vovworld) -ຕອນ​ເຊົ້າ​ວັນ​ທີ 19/1, ຖະໜົນ “​ແຕ້ມ​ຕົວ​ໜັງສື​ຈີນ​​ໃນ​ໂອກາດ​ປີ​ໃໝ່ ປີ​ມະ​ເມຍ 2014“ ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ວັດທະນະທຳ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິນ, ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຢ້ຽມ​ຊົມ ​ແລະ ຂໍ​ຕົວ​ໜັງສື​​ຫາ​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່ຂອງ​ປະຊາຊົນ. ສະ​ເພາະ​ໃນ​ຕອນ​ເຊົ້າ​ມື້​ນີ້, ຖະໜົນດັ່ງກ່າວ ​ໄດ້​ດຶງ​ດູດ​ປະຊາຊົນ​ມາ​ຢາມ ​ແລະ ​ຂໍ​ຕົວ​ໜັງສື​ພາວະນາ​ຂໍ​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເອື້ອຍ ຫງວຽນ​ທິກິມ​ແທງ ຢູ່​ເມືອງ 3, ​ໃຫ້​ຮູ້​ວ່າ:

        “ຖະໜົນ “​ແຕ້ມ​ຕົວ​ໜັງສື​ຈີນ​ໃນ​ໂອກາດ​ປີ​ໃໝ່“ ​ແມ່ນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ ໃນ​ໂອກາດ​ບຸນປີ​ໃໝ່, ສະ​ນັ້ນ, ບໍ່​ພຽງ​ແຕ່​ຂ້າພ​ະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຊາວ​ນະຄອນ ​ໂຮ່ຈີ​ມິນ​ ທຸກ​ຄົນ​ກໍ່ລ້ວນ​ແຕ່​ຢາກ​ມາ​ຖະໜົນ​ແຫ່ງນີ້ ​ເພື່ອ​ຂໍ​ຕົວ​ໜັງສື​ມາ​ແຂວນ​ໃນ​ເຮືອນ. ສຳລັບ​ຂ້າພະ​ເຈົ້າ​ແມ່ນ​ຢາກ​ຂໍ​ຕົວ​ໜັງສື ​“ຖານະ​ຕຳ​ແໜ່​ງ“​ເພື່ອ​ພາວະນາ​ໃຫ້​ວຽກ​ງານ​ທັງ​ໝົດ​ໃນ​ຄອບຄົວ​ລ້ວນ​ແຕ່​ຈົບງາມ, ຫວັງ​ວ່າ​ຕົນ​ຈະ​ມີ​ຖານະ​ຕຳ​ແໜ່​ງ​ໃນ​ວຽກ​ງານສູງ​ກວ່າ​ອີກ “

ຂ່າວ/ບົດ​ອື່ນ