ໄຂປີ ຝຣັ່ງ ຢູ່ ຫວຽດນາມ ຢ່າງເປັນທາງການ

ໄຂປີ ຝຣັ່ງ ຢູ່ ຫວຽດນາມ ຢ່າງເປັນທາງການ - ảnh 1
ພາບປະກອບ
(vovworld) “ປີ ຝຣັ່ງ ຢູ່ ຫວຽດນາມ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄຳ່​ວັນ​ທີ 9/4 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ, ທ່ານນາງ​ Nicole Bricq, ລັດຖະມົນຕີ​ກະຊວງ​ການ​ຄ້າ​ຕ່າງປະ​ເທດ ຝຣັ່ງ ຢືນຢັນວ່າ​ສາຍ​ພົວພັນ​ລະຫວ່າງ ຝຣັ່ງ ​ແລະ ຫວຽດນາມ ​ແມ່ນ​ໄວ້​ເນື້ອ​ເຊື່ອ​​ໃຈ ​ແລະ ມິດຕະພາບ​. ຫວຽດນາມ ພວມ​ຜ່ານ​ຜ່າ​​ໄລຍະ​ພັດທະນາ​ຢ່າງ​ແຮງ, ຝຣັ່ງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ  ​ໂດຍ​ອີງ​ໃສ່​ພື້ນຖານ​ອັນ​ດີງາມ​ທີ່​ມີ​ຢູ​ແລ້ວ. ຕາງໜ້າ​ໃຫ້​ລັດຖະບານ ຫວຽດນາມ, ທ່ານ​ລັດຖະມົນ​ຕີ​ກະຊວງ​ວັດທະ​ນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ກ່າວ​ຄຳ​ເຫັນ​​ເນັ້ນ​ໜັກ​ວ່າ ກ່ອນ​ນີ້ 40 ປີ, ຫວຽດນາມ ​ແລະ ​ຝຣັ່ງ ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ ​ນີ້ແມ່ນ​ເຫດກາ​ນສຳຄັນ, ​ເປັນ​ຂີດ​ໝາຍ​ໜ້າ​ປະຫວັດສາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ຫວຽດນາມ ຈະ​ມານະ​ພະຍາຍາມ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອພ້ອມ​ກັບ​ບັນດາ​ເພື່ອນ ຝຣັ່ງ ຈັດ​ຕັ້ງ​ເຫດການ​ຕ່າງໆໃນ​ປີ ຫວຽດນາມ - ຝຮັ່ງ, ຝຣັ່ງ - ຫວຽດນາມ 2013 2014 ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່ 2 ປະ​ເທດ​ໃຫ້​ສຳ​ເລັດ​ຜົນ.
ຂ່າວ/ບົດ​ອື່ນ