ໄຂປີທ່ອງທ່ຽວແຫ່ງຊາດ2016

ໄຂປີທ່ອງທ່ຽວແຫ່ງຊາດ2016 - ảnh 1
ພິທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2016 - ຟຸກ໋ວກ - ທົ່ງ​ພຽງ
​ແນ່​ນ້ຳຂອງ​ດ້ວຍ​ຫົວ​ຂໍ້​ວ່າ “ຄົ້ນ​ຫາ​ຕອນ​ດິນ​ພາກ​ໃຕ້”
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 10/04 ຢູ່​ເທດສະບານ​ ​ເຢືອງດົງ, ​ເມືອງ ຟຸກ໋ວກ, ​ແຂວງ ກຽນ​ຢາງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ຈັດ​ຕັ້ງ​ພິທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2016 - ຟຸກ໋ວກ - ທົ່ງ​ພຽງ​ແນ່​ນ້ຳຂອງ​ດ້ວຍ​ຫົວ​ຂໍ້​ວ່າ “ຄົ້ນ​ຫາ​ຕອນ​ດິນ​ພາກ​ໃຕ້”

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016, ທ່ານ ຫວູດຶກ​ດາມ ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ການສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້ມີ​ຄວາມ​ສະດວກ​ ​ເພື່ອ​ພັດທະນາ​ລະບົບ​ໂຄງ​ລ່າງ​ຮັບ​ໃຊ້​ການທ່ອງທ່ຽວ ​ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ແຖວ​ໜ້າ. ສຳ​ລັບ​ແຂວງ ກຽນ​ຢາງ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ຟຸກ໋ວກ - ທົ່ງພຽງ​ແມ່​ນ້ຳຂອງ ​ແມ່ນ​ເຫດການ​ວັດທະນະທຳ, ​ເສດຖະກິດ - ສັງຄົມ​ດີ​ເດັ່ນ, ມຸ່ງ​​ໄປ​ເຖິງ​ຈຸດໝາຍ​ໂຄສະນາຈຸດ​ນັດ​ພົບ, ​ເພີ່ມ​ທະວີ​ດຶງ​ດູ​​ດການ​ລົງທຶນ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທ​ດ. ​ໃນ​ນັ້ນ ຟຸກ໋ວກ ຈະ​ກາຍ​ເປັນ​ໃຈກາງ​ທ່ອງ​ທ່ຽວລະດັບ​ຊາດ ​ແລະ ສາກົນ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ:

        “ຕ້ອງ​ຮຽນ​ໃຫ້​ສຳ​ເລັດຜົນ​ຢູ່​ຫລາຍ​ປະ​ເທດ ​ແລະ ​ພວກ​ເຮົາແຕ່ລະຄົນ​​ກໍ່​ສາມາດພິສູດ​ໃຫ້​ເຫັນ​ຜ່ານ​ພຶດຕິກ​ຳຂອງ​ຕົນ ນັ້ນ​ແມ່ນ​ພຽງ​ແຕ່ຮັບປະກັນ​ຄວາມ​ສະອາດ ​ແລະ ມີ​ທ່າ​ທີ​ໄດ້​ດີ​ເທົ່າ​ນັ້ນ ກໍ່​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວມີ​ຄວາມ​ເພິ່ງ​ພໍ​ໃຈ ການ​ເວົ້າ​ຈາ, ກິລິຍາ​ທ່າ​ທາງ, ​ແວວ​ຕາ, ຮອຍ​ຍີ້ມ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ຕໍ່​ແຂກ​ທ່ອງທ່ຽວ.

ຂ່າວ/ບົດ​ອື່ນ