ໄຂລາຍການຊຸມວັນວັນນະຄະດີເອີລົບຄັ້ງທີ 6 ຢູ່ຮ່າໂນ້ຍ

ໄຂລາຍການຊຸມວັນວັນນະຄະດີເອີລົບຄັ້ງທີ 6 ຢູ່ຮ່າໂນ້ຍ - ảnh 1
(ລາຍການຊຸມວັນວັນນະຄະດີເອີລົບຄັ້ງທີ 6 ຢູ່ຮ່າໂນ້ຍ)

(vovworld) - ລາຍການ​ຊຸມ​ວັນ​ວັນນະຄະດີ​ເອີ​ລົບ​ຄັ້ງ​ທີ 6 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 5/5 ຢູ່ ​ຮ່າ​ໂນ້ຍ. ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 8 ປະ​ເທດ​ເອີ​ລົບ​ເຊັ່ນ: ​ແດນ​ມາກ, ​ເຢັຍລະ​ມັນ, ຝລັ່ງ,​ ສູ​ແອດ, ອັງກິດ, ອີ​ຕາ​ລີ, ​ແອດ​ສະ​ປາຍ ​ແລະ ​Wallonia – Brussels (ແບນ​ຊິກ). ​ໃນ​ຂອບ​ເຂດ​ລາຍການ, ບັນດາ​ຜູ້​ອ່ານ ຫວຽດນາມ ຈະ​ໄດ້​ອ່ານ​ບົດ​ປະພັນ​ໃໝ່​ຫຼາຍ​ບົດ​ທີ່​ ​ແປ​ເປັນ​ພາສາ ຫວຽດ​ເປັນ​ຄັ້ງ​ທຳ​ອິດ. ທ່ານ​ນາງ ​ເລ​ຕວຽດຍຸງ, ຜູ້ຕາງໜ້າ​ຄະນະ​ຜູ້​ແທນ​Wallonia – Brussels (ແບນ​ຊິກ), ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ຄິດ​ວ່າ​ຊຸມ​ວັນ​ວັນນະຄະດີ​ເອີລົບຢູ່ ຫວຽດນາມ ຈະ​ຊ່ວຍ​ໃຫ້​ຜູ້​ອ່ານ ຫວຽດນາມ​ມີ​ທັດສະນະ​ຢ່າງ​ກວ້າງຂວາງ​ກວ່າ ກ່ຽວ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ​ຢູ່​ໃນ​ໂລກ. ກໍ່​ຄືມີ​ທັດສະນະ​ເປີດ​ເຜີຍ​ກວ່າ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ດັ່ງກ່າວ“.

ຂ່າວ/ບົດ​ອື່ນ