ໄຂ​ລາຍການ​ທ່ອງ​ທ່ຽວ​ກາດ​ບ່າ 2025 ແລະ ງານ​ແຂ່ງ​ຂັນ ແລ່ນ​ marathon “ກ້າວແລ່ນ​ຢູ່​ເຂດມ​ໍ​ລະ​ດົກ”

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນບັນດາກິດຈະກຳສະເຫຼີມສະຫຼອງ 66 ປີແຫ່ງວັນປະທານໂຮ່ຈີມິນມາຢາມກາດບ່າ, ກາດຫ໋າຍ, ຂ່ຳນັບຮັບຕ້ອນ ແລະ ຕອບສະໜອງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍ ຫ໋າຍຝ່ອງ
ໄຂ​ລາຍການ​ທ່ອງ​ທ່ຽວ​ກາດ​ບ່າ 2025 ແລະ ງານ​ແຂ່ງ​ຂັນ ແລ່ນ​ marathon “ກ້າວແລ່ນ​ຢູ່​ເຂດມ​ໍ​ລະ​ດົກ” - ảnh 1ພາບປະກອບ: VOV

ພິທີໄຂລາຍການທ່ອງທ່ຽວ ກາດບ່າ ປີ 2025 ແລະ ງານແຂ່ງຂັນ ແລ່ນ marathon ກາດບ່າ Amatina 2025 - ກ້າວເດີນຢູ່ເຂດມໍລະດົກ ໄດ້ດຳເນີນໃນຕອນບ່າຍວັນທີ 30 ມີນາຢູ່ເກາະ ກາດບ່າ, ເມືອງກາດຫ໋າຍ, ນະຄອນ ຫ໋າຍຝ່ອງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນບັນດາກິດຈະກຳສະເຫຼີມສະຫຼອງ 66 ປີແຫ່ງວັນປະທານໂຮ່ຈີມິນມາຢາມກາດບ່າ, ກາດຫ໋າຍ, ຂ່ຳນັບຮັບຕ້ອນ ແລະ ຕອບສະໜອງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍ ຫ໋າຍຝ່ອງ ແລະ ງານບູນດອກຝາງແດງ - ຫ໋າຍຝ່ອງ 2025. ທ່ານ ຟານວຽດດ້ຽນ, ປະທານຄະນະກຳມະການປະຊາຊົນເມືອງ ກາດຫ໋າຍໃຫ້ຮູ້ວ່າ:

ຄະນະຈັດຕັ້ງປາດຖະໜາຢາກແຜ່ກະຈາຍສານປົກປ້ອງ ແລະ ເສີມຂະຫຍາຍຄູນຄ່າຂອງມໍລະດົກທຳມະຊາດໂລກໝູ່ເກາະ ກາດບ່າ, ພ້ອມທັງໂຄສະນາຄວາມສາມາດບ່ົມຊ້ອນການທ່ອງທ່ຽວຂອງທ້ອງຖິ່ນໄປຍັງເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ, ປາດຖະໜາວ່ານັກກິລາແຕ່ລະຄົນທີ່ເຂົ້າຮ່ວມການແຂ່ງຂັ້ນຈະກາຍເປັນທູດ, ປະກອບສ່ວນແນະນຳຄວາມງາມຂອງ ກາດບ່າໄປຍັງປະຊາຄົມຜູ້ທີຮັກກິລາ ແລະ ການທ່ອງທ່ຽວໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ