ໄຂລາຍການສີລະປະ “ສາຍໃຈ ຫວຽດນາມ - ລາວ”

ໄຂລາຍການສີລະປະ “ສາຍໃຈ ຫວຽດນາມ - ລາວ” - ảnh 1
ລາຍການສະແດງສີລະປະ ສາຍໃຈຫວຽດນາມ - ລາວ
(ພາບ: hatinh24h.org)

(vovworld) – ຕອນ​ຄຳ່​ວັນ​ທີ 18/8, ຢູ່ ນະຄອນ ຮ່າ​ຕິ້ງ ​ໄດ້​ຈັດ​ຕັ້ງ​ລາຍການ​ສິລະ​ປະ “ສາຍໃຈ​ຫວຽດນາມ - ລາວ”. ລາຍການ​ໂດຍ​ກົມ​ສິລະ​ປະການ​ສະ​ແດງ ສັງ​ກັດກະຊວງວັດ​ທະນະ​ທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ສົມ​ທົບ​ກັບພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ຮ່າ​ຕິ້ງ ຈັດ​ຕັ້ງຂຶ້ນ ​ເພື່ອ​ຂຳ່ນັບ​ຊົ​ມ​ເຊີຍ​ວັນ​ບຸນ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ 2012. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Ho Anh Tuan - ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ກໍ​ຄື​ປະຊາຊົນ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ 2 ປະ​ເທດ ​ໃນ​ຊຸມ​ປີ​ຜ່ານ​ມາ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ ກ່ຽວ​ກັບ​ດ້ານ​ເສດຖະກິດ, ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ:

“ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ປີ 2012 ​ແມ່ນ​ການ​ກະທຳ​ທີ​ມີ​ຊີວິດ​ຊີວາ​, ລະອຽດ​ກ່ຽວ​ກັບ​ນ້ຳ​ໃຈ​ສະມັກ​ຄີ, ສະໜິດ​ຕິດ​ພັນ​ລະຫວ່າງ 2 ຊາດ, ​ແມ່ນ​ການ​​ເຄື່ອນ​ໄຫວດ້ານ​ການ​ເມືອງ, ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ, ​ແມ່ນ ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ພົບ​ປະ​ແລກປ່ຽນ, ສະ​ແດງ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແນ​ໃສ່ປັບປຸງ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ​ຊ່ວຍ​ເຫຼືອ​ກັນ​ພັດທະນາ”

ຂ່າວ/ບົດ​ອື່ນ