ໄຂວັນກາເຟ ຫວຽດນາມ ຄັ້ງທີ 1 ປີ 2017

(VOVWORLD) - ບັນດາການເຄື່ອນໄຫວຕົ້ນຕໍລວມມີ: ກອງປະຊຸມສຳມະນາສາກົນກ່ຽວກັບໄລຍະພັດທະນາໃໝ່ຂອງຂະແໜງ ກາເຟ ຫວຽດນາມ; ງານວາງສະແດງ...

ໄຂວັນກາເຟ ຫວຽດນາມ ຄັ້ງທີ 1 ປີ 2017 - ảnh 1 ພິທີໄຂວັນ ກາເຟ ຫວຽດນາມ 2017

(ພາບ: Quang Sáng/VOV)

ຕອນຄ່ຳວັນທີ 10 ທັນວາ, ຢູ່ນະຄອນ ດ່າລາດ, ຄະນະກຳມະການປະຊາຊົນແຂວງ ເລີມດົ່ງ ໄດ້ສົມທົບກັບສະຫະສະມາຄົມ ກາເຟ - ກາກາວ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ຄະນະຊີ້ນຳເຂດ ໄຕງວຽນ ໄດ້ຈັດຕັ້ງພິທີໄຂ ວັນກາເຟ ຫວຽດນາມ ຄັ້ງທີ 1. ດ້ວຍຫົວຂໍ້ “ໄລຍະພັດທະນາໃໝ່ຂອງຂະແໜງ ກາເຟ ຫວຽດນາມ”, ວັນກາເຟ ຫວຽດນາມ ຄັ້ງທີ 1 ປີ 2017 ດຳເນີນໃນເວລາ 3 ວັນ, ແຕ່ວັນທີ 9 – 11 ທັນວາ 2017. ບັນດາການເຄື່ອນໄຫວຕົ້ນຕໍລວມມີ: ກອງປະຊຸມສຳມະນາສາກົນກ່ຽວກັບໄລຍະພັດທະນາໃໝ່ຂອງຂະແໜງ ກາເຟ ຫວຽດນາມ; ງານວາງສະແດງ, ແນະນຳບັນດາຜະລິດຕະພັນກາເຟທີ່ມີຄຸນນະພາບຢູ່ບັນດາເຂດປູກກາເຟພົ້ນເດັ່ນໃນທົ່ວປະເທດ; ໂຄສະນາເຜີຍແຜ່ໂຄງການຮ່ວມມືພາກລັດ - ເອກະຊົນ ໃນການພັດທະນາຂອງຂະແໜງ ກາເຟ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລກວກແຢງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ເນັ້ນໜັກວ່າ:

        “ປີ 2016, ນາຍົກລັດຖະມົນຕີຕົກລົງເຫັນດີຖືເອົາວັນທີ 10 ທັນວາ ປະຈຳປີ ເປັນວັນ ກາເຟ ຫວຽດນາມ, ພ້ອມທັງຕັດສິນໃຈເພີ່ມເຕີມສິນຄ້າ ກາເຟ ທີ່ມີຄຸນນະພາບສູງ ເຂົ້າບັນຊີລາຍຊື່ບັນດາຜະລິດຕະພັນແຫ່ງຊາດ. ວັນ ກາເຟ ຫວຽດນາມ ຄັ້ງທີ 1 ເພື່ອແນໃສ່ໂຄສະນາພາບພົດ ກາເຟ ຫວຽດນາມ, ແມ່ນໂອກາດທີ່ດີເພື່ອໃຫ້ບັນດາຄູ່ຮ່ວມມືພົບປະ, ແລກປ່ຽນ, ລົງນາມບັນດາສັນຍາດ້ານເສດຖະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ