ໄຂວັນບຸນບໍລິຈາກເລືອດປີ 2022 ຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 12 ກຸມພາ, ວັນບຸນບໍລິຈາກເລືອດປີ 2022 ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ ໂດຍສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ແລະ ສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈຮ່າໂນ້ຍ ສົມທົບກັນປະຕິບັດ
ໄຂວັນບຸນບໍລິຈາກເລືອດປີ 2022 ຢູ່ຮ່າໂນ້ຍ - ảnh 1ຜູ້ແທນກົດປຸ່ມເປີດໂຕປໂຣແກັມ ບໍລິຈາກເລືອດທາງ ແຟດບຸກ

    ວັນບຸນບໍລິຈາກເລືອດປີ 2022 ຖືກດຳເນີນເປັນເວລາ 9 ວັນ ຊຶ່ງເລີມແຕ່ມື້ນີ້ຫາວັນທີ 20 ກຸມພາ, ວັນບຸນໄດ້ກາຍເປັນການເຄື່ອນໄຫວບໍລິຈາກເລືອດທີ່ລີ້ງເຄີຍກັບຊາວຫວຽດນາມ. ດ້ວຍສານທີ່ວ່າ “ ບໍລິຈາກເລືອດ-ກອບກູ້ເອົາຊີວິດຄົນເຈັບ ”, ວັນບຸນບໍລິຈາກເລືອດປີ 2022 ຄາດວ່າ ຈະຮັບເລືອດໄດ້ 7000 ຖົງ ແນໃສ່ແກ້ໄຂສະພາບຂາດແຄນເລືອດພາຍຫຼັງບຸນເຕັດປີຂານ 2022. ທ່ານ ປອ ແບກກ໋ວກແຄ້ງ ຫົວໜ້າສະຖາບັນ ເລືອດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ :

     “ ປະຈຸບັນ, ໃນສາງເກັບມ້ຽນເລືອດ ຍັງເຫຼືອພຽງ 3300 ຖົງເທົ່ານັ້ນ. ຖ້າຫາກວ່າ ພວກເຮົາຮັບເອົາເລືອດຄືຊຸມວັນຜ່ານມານັ້ນ, ກໍຈະພາໄປເຖິງເລື່ອງເລືອດຖືກຂາດແຄນ.ເພາະສະນັ້ນ ດ້ວຍການຈັດວັນບຸນບໍລິຈາກເລືອດ, ພວກຂ້າພະເຈົ້າປາດຖະໜາວ່າ ຈະຮັບເອົາເລືອດປະມານ 7000 ຫາ 10.000 ຖົງ ”

     ເນື່ອງໃນໂອກາດນີ້, ກຸ່ມບໍລິສັດ Meta ສົມທົບກັບ ສະຖາບັນ ເລືອດສາດ ແລະ ສົ່ງເລືອດສູນກາງເປີດໂຕ ປໂຣແກັມ ບໍລິຈາກເລືອດທາງ ແຟດບຸກ ເມື່ອວັນທີ 16 ກຸມພາ ຊຶ່ງເຊື່ອມຕໍ່ບັນດາສະຖານທີ່ບໍລິຈາກເລືອດຢູ່ຫວຽດນາມເຊື່ອມຕໍ່ກັບຜູ້ບໍລິຈາກເລືອດຢ່າງງ່າຍດາຍ ຊຶ່ງເປັນການສ້າງໂອກາດໃຫ້ຜູ້ບໍລິຈາກເລືອດໄດ້ເຂົ້າໃກ້ກັບສະຖານທີ່ບໍລິຈາກເລືອດຢູ່ໃກ້ທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ