ໄຂວັນບຸນປື້ມຫວຽດນາມຄັ້ງທີ3

ໄຂວັນບຸນປື້ມຫວຽດນາມຄັ້ງທີ3 - ảnh 1
ໄຂ​ວັນ​ບຸນ​ປື້​ມ ຫວຽດນາມ ຄັ້ງ​ທີ 3
(ພາບ: TTXVN)

(vovworld) - ​ ​​ ວັນ​ທີ 19/04 ຢູ່​ ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ​ໄດ້​ໄຂ​ວັນ​ບຸນ​ປື້​ມ ຫວຽດນາມ ຄັ້ງ​ທີ 3. ວັນ​ບຸນ​ປື້​ມ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ ມັນ​ຈະປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ການ​ສົ່ງ​ເສີມ ​ແລະ ພັດທະນາ​ຂະ​ບວນການ​ອ່ານ​ປື້​ມ​ໃນ​ປະຊາ​ຄົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ຄວາມ​ໝາຍ​, ຄວາມ​ສຳຄັນ​ຂອງ​ການ​ອ່ານ​ປື້​ມ, ຍົກ​ສູງຄວາມ​ຮູ້ ​ແລະ ທັກ​ສະ, ພັດທະນາຈິນຕະນາການ, ສຶກສາ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມທາງ​ດ້ານບຸກຄະ​ລິກກະພາບມະນຸດ. ວັນ​ບຸນ​ປື້​ມກໍ່​ແມ່ນ​ໂອກາດ ​ເພື່ອ​ເຊີດຊູ​ຄຸນຄ່າ​ຂອງ​ປື້​ມ, ຢັ້ງຢືນ​ບົດບາດ, ທີ່​ຕັ້ງ, ຄວາມ​ສຳຄັນ​ຂອງ​ປື້​ມ​ໃນ​ຊີວິດ​ສັງຄົມ; ພ້ອມ​ທັງ ຍົກ​ສູງຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທຸກ​ອົງການ​ສຳນັກງານທີ່​ມີ​ໜ້າ​ທີ່ຮັບຜິດຊອບ ​ແລະ ອົງການຈັດ​ຕັ້ງ​ສັງຄົມ​ໃນ​ການ​ກໍ່ສ້າງ, ພັດທະນາ​ວັດທະນະທຳ​ອ່ານ​ຢູ່ ຫວຽດນາມ. ທີ່​ພິທີ​ໄຂ, ​ມີ​ຮ້ານ​ຂາຍ​ປື້​ມ ​ແລະ ສຳນັກພິມ​ຈຳໜ່າຍ​ບາງ​ແຫ່ງ​ທີ່​ເຂົ້າ​ຮ່ວມ​ວັນ​ບຸນ​ປື້​ມ ຫວຽດນາມ ​ໄດ້​ມອບ​ປື້​ມ​ໃຫ້​ຫໍສະໝຸດ​ຂອງ​ກະຊວງ​ສຶກສາ ​ແລະ ກໍ່​ສ້າງ​ເປັນ​ຂອງຂວັນ.

ຂ່າວ/ບົດ​ອື່ນ