ໄຂວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດໄຕບັ໊ກ

(VOVWORLD) -ບັນດາເຜົ່າເຂດໄຕບັ໊ກ, ແຕ່ລະຊົນເຜົ່າມີພື້ນຖານວັດທະນະທຳທີ່ແຕກຕ່າງກັນ.
ໄຂວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດໄຕບັ໊ກ - ảnh 1(ວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດໄຕບັ໊ກ)

ຕອນຄ່ຳວັນທີ 18 ສິງຫາ, ຢູ່ແຂວງເຊີນລາ, ໄດ້ດຳເນີນລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ໄຂວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດໄຕບັ໊ກ (ເຂດຕາເວັນຕົກສ່ຽງເໜືອຫວຽດນາມ) ຄັ້ງທີ 14 ປີ 2019. ດ້ວຍຫົວຂໍ້ວ່າ “ໄຕບັ໊ກ - ເຊີນລາ ເຕົ້າໂຮມ ແລະ ແຜ່ຂະຫຍາຍ”. ທ່ານ ດັ້ງວັນຮຸ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ, ໃຫ້ຮູ້ວ່າ.

        “ວັດບຸນວັດທະນະທຳ, ກິລາ, ທ່ອງທ່ຽວມີຄວາມໝາຍອັນໃຫຍ່ຫຼວງ. ບັນດາເຜົ່າເຂດໄຕບັ໊ກ, ແຕ່ລະຊົນເຜົ່າມີພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ຜ່ານວັນບຸນນີ້ ໄດ້ສະແດງໃຫ້ເຫັນສີສັນວັດທະນະທຳຂອງບັນດາເຜົ່າໃນເຂດໄຕບັ໊ກ. ວັດທະນະທຳໄດ້ມີການເຊື່ອມຕໍ່ ແລະ ການແລກປ່ຽນເຊິ່ງກັນ ແລະ ກັນເພື່ອໃຫ້ບັນດາຊົນເຜົ່າໄດ້ມີພົບປະແລກປ່ຽນ ແລະ ຮ່ຳຮຽນເຊິ່ງກັນ ແລະ ກັນ, ເພື່ອຊ່ວຍໃຫ້ພວກເຮົາປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳນັ້ນໄດ້ເປັນຢ່າງດີ, ເຊິ່ງບໍ່ພຽງແຕ່ໃຫ້ປະຈຸບັນ ຫາກຍັງໃຫ້ຄົນລຸ້ນຫຼັງອີກດ້ວຍ”.

        ວັນບຸນນີ້ຖືກດຳເນີນໃນລະຫວ່າງວັນທີ 18 - 20 ສິງຫາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ