ໄຂວັນບຸນໝາກຂຽບ ຈີລັງ ຄັ້ງທີ 2

(VOVWORLD) -ຄໍ່າວັນທີ 18 ສິງຫາ, ຢູ່ສູນໂຄສະນາຜະລິດຕະພັນກະເສດເມືອງ ຈີລັງ (ບ້ານທານມ້ວຍ, ຕາແສງກວາງລາງ, ເມືອງຈີລັງ, ແຂວງລ້າງເຊີນ ຂອງຫວຽດນາມ) ໄດ້ດໍາເນີນພິທີໄຂວັນບຸນໝາກຂຽບ ຈີລັງ ຄັ້ງທີ 2, ປີ 2018. 
ໄຂວັນບຸນໝາກຂຽບ ຈີລັງ ຄັ້ງທີ 2 - ảnh 1ບັນດາຄອບຄົວປູກໝາກຂຽບ ຢູ່ຈີລັງ ເກັບໄດ້ລາຍຮັບນັບຮ້ອຍລ້ານ ຫາ ຕື້ດົງ 

ນີ້ແມ່ນການເຄື່ອນໄຫວປະກອບສ່ວນໂຄສະນາພາບພົດ, ຍູ້ແຮງການສົ່ງເສີມການຄ້າຜະລິດຕະພັນຂອງເມືອງຈີລັງ ເວົ້າສະເພາະ ແລະບັນດາຜະລິດຕະພັນກະເສດທີ່ເປັນເອກະລັກຂອງແຂວງ ລ້າງເຊີນ ເວົ້າລວມ. ເມື່ອທຽບໃສ່ວັນບຸນໝາກຂຽບ ຈີລັງຄັ້ງທໍາອິດແລ້ວ, ເຫັນວ່າຂອບຂະໜາດຂອງເຫດການປີນີ້ ແມ່ນໃຫຍ່ກວ່າ, ນັບທັງດ້ານຈໍານວນຮ້ານວາງສະແດງ ກໍຄືຫົວໜ່ວຍເຂົ້າຮ່ວມງານວາງສະແດງຜະລິດຕະພັນ ດ້ວຍຈຸດພົ້ນເດັ່ນແມ່ນຜະລິດຕະພັນກະເສດປອດສານພິດຕາມມາດຕະຖານ VietGap.

ຕອບກັບ

ຂ່າວ/ບົດ​ອື່ນ