ໄຂວາກອງປະຊຸມຄັ້ງທີ32ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13

ໄຂວາກອງປະຊຸມຄັ້ງທີ32ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ພາບ​ປະ​ກອບ

(vovworld) – ​ຕອ​ນ​ເຊົ້າ​ວັນ​ທີ 6/10, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ໄຂກອງ​ປະ​ຊຸມ​ຄັ້ງ​ທີ 32. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮູ່ງ ຊີ້​​ແຈ້ງວ່າ: ນີ້​ແມ່ນ​ວາ​ລ​ະ​ປະ​ຊຸມ​ເພື່ອ​ແນ​ໃສ່ ​ການກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13 ໃກ້​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ທົດ​ລອງສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ຫຼັງ​ໃໝ່. ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໄດ້​ກະ​ກຽມ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວາ​ລະ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້ບັນ​ດາ​ສະ​ມ​າ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ ກວດ​ກາ​​ບົດລາຍ​ການ​ຢ່າງ​ລະ​ອຽດ, ເນື້ອ​ໃນ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ຮ່າງ​ກົດ​ໝາຍ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8.

        ຈາກນັ້ນ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ​​ກວດ​ສອ​ບ​ບັນ​ຊີ​ປີ 2015. ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ໃ​ຫຍ່​ກວດ​ສອບ​ບັນ​ຊີ​ແຫ່ງ​ລັດ, ປີ 2015, ຄະ​ນະ​ກວດ​ສອບ​ບັນ​ຊີ​ແຫ່ງ​​ລັດ​ໄດ້​ວາງ​ຈຸດ​ສຸມ​ວຽກ​ງານ​ຮັບ​ປະ​ກັນ​ການ​ຕີ​ລາ​ຄາ​ເລື່ອງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ວຽກ​ງານ​ຄຸ້ມ​ຄອງ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ.

        ເມ​ື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ: ການກວດ​ກາ​ແຕ່​ລະ​ຄັ້ງ​ຄວນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ຈຸດ​ສຸມ​ກ່​ວາ, ມີ​ຂໍ້​ສະ​ຫ​ລຸບ​ຢ່າງ​ແໜ້ນ​ແຟ້ນ, ລະ​ອ​ຽດ, ພິ​ເສດ​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ທີ່​ຖອດ​ຖອນ​ມາ​ໄດ້​ພາຍຫຼັງ​ກາ​ນກວດ​ສອບ ແລະ ມີທິດ​ສະ​ເໜີ​ແກ້​ໄຂ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໝູ່​ຄະ​ນະ, ສ່ວ​ນບ​ຸກ​ຄົນ​ທີ່​ກ່ຽວ​ຂ້ອງ.

        ຕອນ​ບ່າຍ​ວັນ​ທ​ີ 6/10, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍ​ການປະ​ກາດ​ໃຊ້​ເອ​ກະ​ສານ​ກົດ​ໝາຍ.


ຂ່າວ/ບົດ​ອື່ນ