ໄຂວາທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ 2016 (MDEC-ເຮົ້າຢາງ2016)

ໄຂວາທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ 2016 (MDEC-ເຮົ້າຢາງ2016) - ảnh 1
ພິ​ທີ​ໄຂວາ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ
​ທົ່​ງ​ພຽງ​ແມ່ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ 2016
(ພາບ: TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂວາ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ທົ່​ງ​ພຽງ​ແມ່ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ 2016 (MDEC - ເຮົ້າ​ຢາງ 2016) ເຊິ່ງ​ດຳ​ເນີນ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 11/07, ຢູ່​ນະ​ຄອນ ວິ​ແທງ, ແຂວງ ເຮົ້າ​ຢາງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕ​ົກ​ພາກ​ໃຕ້ ເວືອງ​ດິ່ງ​ເຫ້ວ ປາດ​ຖະ​ໜາ​ວ່າ, ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ອຸ​ປະ​ຖຳ ແລະ ທ້ອງ​ຖິ່ນ​ຕ່າງໆ ຈະ​ຊອກ​ຫາ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ຮ່​ວມມ​ື; ບັນ​ດາ​ແຂວງ, ນະ​ຄອນ​ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ໜູນ​ຊ່ວຍຢ່າງ​ແທດ​ຈິງ​ໃຫ້​ນັກ​ລົງ​ທຶນ, ເໝາະ​ສົມ​ກັບ​ນະ​ໂຍ​ບາຍ​ລວມ ແລະ ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ; ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ຢ່າງ​ດີ, ສ້າງ​ຄວາມ​ສະ​ດວກ​ທີ່​ສຸດ​​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິ​ດ​ລົງ​ທຶນ.

        MDEC - ເຮົ້າ​ຢາງ 2016 ດ້ວຍ​ບັນ​ດາ​ເຫດ​ການ​ສຳ​ຄັນ​ທີ່​ມີ​ຊື່​ວ່າ “ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ - ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ເພື່ອ​ແນ​ໃສ່​ສົ່ງ​ເສີມ ແລະ ດຶງ​ດູດ​ການ​ລົງ​ທຶນ; ໂຄ​ສະ​ນາ, ຍົກ​ສູງ​ຄວາມ​ຮັບ​ຮູ​້​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ພ້ອມ​ທັງ​ສະ​ເໝີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໃຫ​້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ… ພາຍ​ຫຼັງ​ພິ​ທີ​ໄຂ, MDEC - ເຮົ້າ​ຢາງ 2016 ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ໂຄ​ສະ​ນາ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ສະ​ເພາະ​ຂອງ​ທ້ອງ​​ຖິ່ນ ແລະ ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ.

        ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ​ເກີນ​ເທີ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ ແລະ ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່​​ມີ​ສ່ວນກ່ຽ​ວ​ຂ້ອງ​ຂອງ​ໂຄງ​ການ “ພັດ​ທະ​ນາ​ນະ​ຄອນ​ເກີນ​ເທີ ແລະ ເພີ່ມ​ທະ​ວີ​​ຄວາມ​ສາ​ມາດ​ມື​ຂອງ​ຕົວ​ເມືອງ” ແລະ ໂຄງ​ການ “​ຕ້າ​ນ​ຄ​ວາມ​ທົນ​ທານ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ຢ່າງ​ໝັ້ນ​ຄົງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ” ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​ໂລກ (WB). ​ກ່າວ​ຄຳ​ເຫັນ​ຢູ່​ທີີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ເຊື່ອ​ໝັ້ນ​ວ່າ, 2 ໂຄງ​ການ​ມີ​ຍອດ​ ມູນ​ຄ່າ 560 ລ້ານ USD ທີ່​ໄດ້​ລົງ​ນາມ​ໃນ​ຄັ້ງ​ນີ້ ຈ​ະ​ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ຢ່າງ​ຍາວ​ນານ.

ຂ່າວ/ບົດ​ອື່ນ