ໄຂວາລະປະຊຸມຄັ້ງທີ 18 ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 18 ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະປະຊຸມ​ຄັ້ງ​ທີ 18 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ:gafin.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 14/05, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​​ເປັນ​ປະທານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​​ປະຈຳ​ສະພາ​ແຫ່ງ​ຊາດ ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 18. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປະກອບໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ, ​ເລື່ອງ​ສ້າງສຳ​ເລັດ​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​ ກ່ອນ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ພິຈາລະນາ ຕ້ອງ​ອີງບົນ​ຈິດ​ໃຈ​ຊາບ​ຊືມ​​ເນື້ອ​ໃນ​ໂຄງການ​ການ​ເມືອງ​ຂອງ​ພັກ, ຮັບ​ເອົາ​ຄຳ​ເຫັນ​ກໍ່​ຄື​ສະ​ແດງ​ຈິດ​ໃຈ​​ເປັນ​ເຈົ້າ​ຂອງ​ປະຊາຊົນ. ​ແຜນ​ຮ່າງ​ປ່ຽນ​ໃໝ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ມະຕິ​ສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມກ່ຽວ​ກັບ​ບົດບາດ, ໜ້າ​ທີ່, ສິດ ​ແລະ ​ໂຄງ​ປະກອບການ​ຈັດ​ຕັ້ງ​ຂອງ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ວາລະປະຊຸມ​ຄັ້ງ​ນີ້. ​ເນື້ອ​ໃນ​ສຳຄັນອີກ​ອັນ​ໜຶ່ງ​ນັ້ນແມ່ນ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ​ບົດລາຍ​ງານ​ກ່ຽວ​ກັບສະພາບການກະກຽມ​ລົງມະຕິ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ດຳລົງ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື​ ໃຫ້​ສັດຕະຍາບັນທີ່​ກອງ​ປະ​ຊຸມສະ​ໄໝ​ສາມັນ​ເທື່ອ​ທີ 5 ຈະ​ມາ​ເຖິງ. ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ.

        “​ເລື່ອງ​ລົງມະຕິແລະ ປ່ອນ​ບັດ​ໄວ້​ວາງ​ ໃຈແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ​ເຊິ່ງພວກ​ເຮົາ​ປະຕິບັດເປັນ​ຄັ້ງ​ທຳ​ອິດ. ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ກ່ອນປະຕິບັດ​ແຜນ​ນະ​ໂຍບາຍປ່ຽນ​ໃໝ່​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ລະບົບ​ການ​ເມືອງ, ສະ​ແດງ​ໃຫ້​​ເຫັນ​ການເພີ່ມ​ສິດ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງ​ສະພາ​ແຫ່ງ​ຊາດ ສຳລັບ​ວຽກ​ງານ​ພະນັກງານ​ຂອງ​ພັກ, ລັດພວກ​ເຮົາ. ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່ຖ້ວນເພື່ອ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ຢ່າງ​ພາວະ​ວິໄສ, ບົນ​ພື້ນຖານ​ຕີ​ລາຄາ, ພິຈາລະນາໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່, ຄຸນສົມບັດຂອງ​ບັນດາ​ຕຳ​ແໜ່ງທີ່​ພວກ​ເຮົາ​ລົງ​ມະຕິ​ ໃນ​ຄັ້ງ​ນີ້”.

ເມື່ອ​​ໄຈ​ແຍກ​ສະພາບ​ການ​ເສດຖະກິດ - ສັງຄົມ​ຊຸມ​ເດືອນ​ຕົ້ນ​ປີ 2013 ນີ້,  ທ່ານ ກະ​ຊໍ ​ເຟືອ​ກ, ປະທານ​ສະພາ​ຊົນ​ເຜ່ົາ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ, ມາດ​ຕະການ​​ໃນຕໍ່ໜ້າ​ແມ່ນ​ຄວນ​ສຸມ​ໃສ່​ປັບປຸງ​ນະ​ໂຍບາຍ​ການເງິນ, ​ເງິນຕາ ​ແລະ ​ແກ້​ໄຂ​ສິນຄ້າ​ຂ້າງ​ສາງ. ທ່ານ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ທີ່​ໜຶ່ງ​ແມ່ນ​ສຸມ​​ໃສ່​ໃຫ້​ເລື່ອງ​ແກ້​ໄຂ​ແຫຼ່ງທຶນ, ຄວນ​ພິຈາລະນາ​ລະອຽດ ​ແລະ ມີ​ລັດຖະນະ​ໂຍບາຍ​​ໃນ​ບັນຫາ​ແກ້​ໄຂ​ສິນຄ້າ​ຂ້າງ​ສາງ​ຄື​: ຊີມັງ, ​ເຫຼັກ​ກ້າ, ກາ​ເຟ.​.​.​ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ວັດຖຸ​ດິບ​ສະໜອງ​ໃຫ້​ແກ່​ການ​ຜະລິດ​ໃນ​ປີ​ນີ້, ​ເພີ່ມ​ທະວີ​ລະບຽບ​ວິ​​ໄນໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ - ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ. ສືບ​ຕໍ່​ຜັນ​ຂະຫຍາຍ​ເລື່ອງ​ສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດ​​​ຕາມ​ການ​ຊີ້​ນຳ​ລວມຂອງ​ກົມ​ການ​ເມືອງ”

        ທ່ານ ຟານ​ຈູງ​ຫຼີ, ຫົວໜ້າ​ກຳມາ​ທິການ​ກົດໝາຍ ສະພາ​ແຫ່ງ​ຊາດ ຖື​ວ່າ, ຄວນ​ມີ​ບັນດາ​ມ​າດຕະການ​ທີ່​ມີ​ລັກສະນະ​ບຸກທະລຸ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ປີ 2013 ​ແລະ ປີ 2014. ທ່ານ ຟານ​ຈູງ​ຫຼີ ສະ​ເໜີ​ວ່າ:

“ນອກຈາກ​ການ​ຫຼຸດຜ່ອນ​ອາກອນ​, ຕໍ່​ກຳນົດ​ເວລາ​ເກັບ​ອາກອນ, ​ເຊິ່ງແມ່ນ​ມາດ​ຕະການ​ຮີບ​ດ່ວນ​ແລ້ວ, ຂ້າພະ​ເຈົ້າ​ສະ​ເໜີ​ຄວນ​ມີ​ມາດ​ຕະການ​ເພື່ອ​ສ້າງ​ທ່າ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສາມາດ​ສຳ​ພັດ​ກັບແຫຼ່ງທຶນ​ເພື່ອ​ພັດທະນາ​ການ​ຜະລິດ​ຄືນ​ໃໝ່. ​ຕາມ​ຂ້າພະ​ເຈົ້າ​ແລ້ວ, ໃນ​ບັນດາ​ມາດ​ຕະການ​ແກ້​ໄຂ​ນັ້ນ, ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຕ້ອງ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ, ​ໃນ​ນັ້ນ​ມີ​ບັນດາ​ກຸ່ມ​​ບໍລິສັດເສດຖະກິດ, ທະນາຄານ​ການ​ຄ້າ​.”

ພາຍຫຼັງ​ວາລະ​​ໄຂ​ກອງ​ປະຊຸມ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ເພີ່ມ​​ເຕີ່​ມ​ຂອງ​ລັດຖະບານ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ, ງົບປະມາ​ນແຫ່ງ​ລັດ​ປີ 2012 ​ແລະ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2013.

 

 

ຂ່າວ/ບົດ​ອື່ນ