ໄຂວາລະປະຊຸມລັດຖະມົນຕີການຕ່າງປະເທດ ແລະ ການຄ້າ APEC

ໄຂວາລະປະຊຸມລັດຖະມົນຕີການຕ່າງປະເທດ ແລະ ການຄ້າ APEC - ảnh 1
ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ APEC
ພາບ: internet


(vovworld) - ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ກຽມພ້ອມ​ຮັບ​ມື​ກັບສະພາວະສຸ​ກ​ເສີນ ​ແມ່ນ​ບັນດາ​ບັນຫາ​ຈຸດ​ສຸມ​ຊື່​ງ​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ​​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ ປາຊີ​ຟີ​ກ (APEC) ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 6/9 ຢູ່ ນະ​ຄອນ Vladivostok ຂອງ​ລັດ​ເຊຍ. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໄດ້​ເນັ້ນ​ຫນັກ​ວ່າ:​ ລັດ​ເຊຍ ສະ​ເຫ​ນີສຸມ​ຄວາມ​ມານະ​ພະຍາຍາມ​ການບຸລິມະສິດ​ຄື ການ​ຄ້າ ການ​ລົງທຶນ​ເສລີ, ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ, ສ້າງ​ລະບົບ​ພະລາ​ທິການ ຄົມ​ມະ​ນາ​ຄົມສຳ​ເລັດຜົນ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ພັດທະນາ​ເຕັກ​ໂນ​ໂລ​ຊີ​ໃຫມ່ ​ແລະ ຮ່ວມ​ມື​ເພື່ອ​ຈຸດປະສົງ​ຊຸກຍູ້​ການ​ລົງທຶນ. ສະ​ນັ້ນ ລັດ​ເຊຍ ປາດ​ຖະຫນາ​ຢາກ​​ໃຫ້ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ນີ້ ​ບັນລຸ​ໄດ້​ບັນດາ​ຜົນງານ​ໃຫຍ່​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ. ນອກ​ນັ້ນ ລັດ​ເຊຍ ປາດ​ຖະຫນາ​ວ່າ ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຈະ​ຊ່ວຍ​ມົດ​ສະ​ກູ​ພັດທະນາ​ເສດຖະກິດ​ເຂດ​ຕາ​ເວັນ​ອອກ​ໄກ ​ແລະ ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ລັດ​ເຊຍ. ກອງ​ປະຊຸມ​ສຸດ​ຍອດ APEC ຈະ​ດຳ​ເນີນ​ໄປ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 8 -9/9.
ຂ່າວ/ບົດ​ອື່ນ