ໄຂສັບປະດາ ອີຕາລີ - ອາຊຽນ ຄັ້ງທີ 1 ຢູ່ຮ່າໂນ້ຍ

(VOVWORLD) -  ກ່າວຄຳເຫັນທີພິທີ, ທ່ານນາງ Cecilia Piccioni, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອີຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ການເຄື່ອນໄຫວໂຄສະນາວັດທະນະທຳ ອີຕາລີ ໄດ້ຮັບການຈັດຕັ້ງພ້ອມກັບນະຄອນຫຼວງຂອງ 7 ປະເທດອື່ນໆໃນປະຊາຄົມ ອາຊຽນ

ວັນທີ 18 ພະຈິກ, ສັບປະດາ ອີຕາລີ - ອາຊຽນ ຄັ້ງທີ 1 ດ້ວຍຫົວຂໍ້ “ດຳລົງຊີວິດຄືວິທີຂອງຊາວ ອີຕາລີ” ໄດ້ໄຂຂຶ້ນຢູ່ບໍລິເວນອະນຸສາວາລີ ຫຼີ໋ທ໋າຍໂຕ໋, ເມືອງ ຮ່ວານກຽມ, ຮ່າໂນ້ຍ. ລາຍການເພື່ອແນໃສ່ໂຄສະນາວັດທະນະທຳ ແລະ ຮັດແໜ້ນການພົວພັນມິດຕະພາບລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນ.

        ກ່າວຄຳເຫັນທີພິທີ, ທ່ານນາງ Cecilia Piccioni, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອີຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ການເຄື່ອນໄຫວໂຄສະນາວັດທະນະທຳ ອີຕາລີ ໄດ້ຮັບການຈັດຕັ້ງພ້ອມກັບນະຄອນຫຼວງຂອງ 7 ປະເທດອື່ນໆໃນປະຊາຄົມ ອາຊຽນ ເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດ ກັບບັນດາປະເທດ, ພ້ອມທັງແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ອີຕາລີ ກັບສາທາລະນະຊົນ ອາຊຽນ. ເຫດການກໍ່ເປັນຂີດໝາຍການພົວພັນ ອີຕາລີ ແລະ ອາຊຽນ ໃນຫຼາຍຂົງເຂດ: ການເມືອງ, ວັດທະນະທຳ, ດົນຕີ, ແຟຊັນ…

ຕອບກັບ

ຂ່າວ/ບົດ​ອື່ນ