ໄຂສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ປີ 2018 ຢູ່ລາວ

(VOVWORLD) -ຕອນບ່າຍວັນທີ 23 ມີນາ, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ໄດ້ໄຂສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018 (MLC)
ໄຂສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ປີ 2018 ຢູ່ລາວ - ảnh 1 ພິທີປະຖະກະຖາເນື່ອງໃນໂອກາດ2 ປີ ແຫ່ງວັນສ້າງຕັ້ງ ຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ

ສັບປະດາ ແມ່ນເພື່ອແນໃສ່ສືບຕໍ່ປະຕິບັດໝາກຜົນຂອງກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ສະເຫຼີມສະຫຼອງ 2 ປີ ແຫ່ງວັນສ້າງຕັ້ງ ຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ກໍ່ຄືເພື່ອແນໃສ່ໂຄສະນາ, ເຜີຍແຜ່ຂອບເຂດການຮ່ວມມືເຖິງບັນດາກະຊວງ, ຂະແໜງການ ແລະ ປະຊາຊົນໃຫ້ເລິກເຊິ່ງ, ກວ້າງຂວາງ. ນີ້ແມ່ນໂອກາດເພື່ອເພີ່ມທະວີ, ຮັດແໜ້ນການຮ່ວມມື ແລະ ພົບປະແລກປ່ຽນວັດທະນະທຳ ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ. ໃນຂອບເຂດສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018, ຈະດຳເນີນບັນດາການເຄື່ອນໄຫວຄື: ການໂອ້ລົມສົນທະນາກ່ຽວກັບຂອບເຂດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ; ງານວາງສະແດງຮູບພາບກ່ຽວກັບປະຫວັດສາດການສ້າງຕັ້ງ ແລະ ບັນດາການເຄື່ອນໄຫວໃນຂອບເຂດການ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ; ງານວາງສະແດງເຄື່ອງສີລະປະຫັດຖະກຳ ແລະ ແນະນຳອາຫານການກິນບັນດາປະເທດສະມາຊິກແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ