ໄຂ​ສັບ​ປະ​ດາ​ຂັ້ນ​ສູງ ແລະ ວາ​ລະ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 78

(VOVWORLD) - ສັບປະດາຂັ້ນສູງ ແລະ ວາລະປຶກສາຫາລືຂັ້ນສູງປີ 2023 ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ປະຊາຊົນທຸກຄົນ” ຖືກໄຂຂຶິ້ນໃນວັນທີ 19 ກັນຍາ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ດຳເນີນແຕ່ວັນທີ 19 – 22 ກັນຍາ.

ນີ້ແມ່ນເຫດການສາກົນສຳຄັນແຖວໜ້າຂອງຊີວິດການເມືອງໂລກ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດສະມາຊິກ.

ໄຂ​ສັບ​ປະ​ດາ​ຂັ້ນ​ສູງ ແລະ ວາ​ລະ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 78 - ảnh 1ວາລະປະຊຸມໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ອາເມລິກາ (ພາບເອກະສານ: AFP/TTXVN)
  ວັນທີ 20 ກັນຍາ, ຕາມວາລະແລ້ວ, ສປຊ ຈະຈັດການເຈລະຈາຂັ້ນສູງກ່ຽວກັບການເງິນເພື່ອການພັດທະນາ. ການເຈລະຈາດັ່ງກ່າວແມ່ນໂອກາດເພື່ອໃຫ້ບັນດາປະເທດທົບທວນຄືນວິວັດທະນາການແຫ່ງການຜັນຂະຫຍາຍໂຄງການດຳເນີນງານ Addis Ababa ທີ່ໄດ້ຮັບຮອງເອົາໃນປີ 2015 ເພື່ອແນໃສ່ສະໜອງໃນຂອບເຂດທົ່ວໂລກໃໝ່ ດ້ວຍເປົ້າໝາຍລະດົມແຫຼ່ງການເງິນຮັບໃຊ້ການພັດທະນາແບບຍືນຍົງ ຜ່ານການດັດປັບທຸກແຫຼ່ງການເງິນ ແລະ ນະໂຍບາຍດ້ວຍບັນດາບຸລິມະສິດທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ