ໄຂສັບປະດາວັດທະນະທຳ,ກິລາຫວຽດນາມ

ໄຂສັບປະດາວັດທະນະທຳ,ກິລາຫວຽດນາມ - ảnh 1
ສັບປະດາວັດທະນະທຳ,ກິລາຫວຽດນາມ
(ພາບ: TTXVN)


(vovworld) - ຕອ​ນ​ຄ່ຳ​ວັນ​ທີ 25/03, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ສັບ​ປະ​ດ​າ​ວັດ​ທະ​ນະ​ທຳ, ກິ​ລາ “70 ປີ​ແຫ່ງ​ພື້ນ​ຖານ​ກ​ິ​ລາ​ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ​ັດ​ທະ​ນາ​ພ້ອມ​ກັບ​ປະ​ເທດ​ຊາດ” ແລະ ລາຍ​ການ “ເຊີດ​ຊູ​ກິ​ລາ ຫວຽດ​ນາມ”. ເຫດ​ການນີ້​ໂດຍ​ກົມ​ໃຫຍ່​ກິ​ລາ​ກາຍ​ຍະ​ກຳ, ສູນ​ວ​າງ​ສະ​ແດງວັດ​ທະ​ນະ​ທຳ​ສິ​ລ​ະ​ປະ​ຫວຽດ​ນາມ, ໜັງ​ສື​ພິມ​ກິ​ລາ​ຫວຽດ​ນາມ ສົ​ມ​ທ​ົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອ​ງ​ຈັດ​ຕັ້ງ. ທ່ານ ຮ່​ວາງຢື້, ບັນ​ນາ​ທິ​ການ​ໃຫ​ຍ່​ໜັງ​ສື​ພິ​ມ​ກິ​ລາ​ຫວຽດ​ນາມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ສັ​ບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ໃຫ້​ຮູ້​ວ່າ.

        “ສັ​ບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ຈະ​ຊ່ວຍ​ໃຫ້​ຄົນ​ງານ​ໃນ​ຂະ​ແໜງ ແລະ ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບປະ​ຫວັດ​ຄວາມ​ເປັນ​ມາ ແລະ ການ​ພັດ​ທະ​ນາ​ຂອງ​ກິ​ລາ​ຫວຽດ​ນາມ, ພິ​ເສດ​ແມ່ນ​ເຮັດ​ແຈ້ງ​ແນວ​ຄິດ “ປະ​ຊາ​ຊົນ​ຮັ່ງ​ມີ ປະ​ເທດ​ຊາດ​ເຂັ້ມ​ແຂງ” ຂອງ​ປະ​ທານ​ໂຮ່​ຈິ​ມິນ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂ​ອງ​ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ ​ເຂົ້າ​ໃນ​ວິ​ວັດ​ທະ​ການ​ພັດ​ທະ​ນາ​ຂ​ອງ​ປະ​ເທດ​ຊາດ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ຈະ​ປຸກ​ລູກ​ຄວາມ​ເອກ​ອ້າງ​ຖະ​ນົງ​ໃຈ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ທົ່ວ​ຂະ​ແໜງ ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ພິ​ເສດ​ແມ່ນ​ຄວາມ​ເ​ອົາ​ໃຈ​ໃສ່​ເຖິງ​ການ​ເບິ່ງ​ແຍງ​ສົ່ງ​ເສີມ​ສຸ​​ຂະ​ພາບ, ​ດ້ານ​ຮ່າງ​ກາຍໃຫ້​ໄວ​ໜຸ່ມ”.

ຂ່າວ/ບົດ​ອື່ນ