ໄຂສັບປະດາວັດທະນະທຳ,ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຢູ່ຮ່າໂນ້ຍປີ2015

ໄຂສັບປະດາວັດທະນະທຳ,ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຢູ່ຮ່າໂນ້ຍປີ2015 - ảnh 1
ໄຂສັບປະດາວັດທະນະທຳ, ທ່ອງທ່ຽວ
ເຂດທົ່ງພຽງແມ່ນ້ຳຂອງຢູ່ຮ່າໂນ້ຍປີ2015
(ພາບ: laodong)


(vovworld) – ຕ​ອນຄໍ່າວັນ​ທີ 16/11, ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ​ຫວຽດນາມ, ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ 13 ​ແຂວງ, ນະຄອນ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ ​ໄຂ​ສັບ​ປະດາ​ວັດທະນະທຳ, ທ່​ອງທ່ຽວ​ເຂດ​ທົ່ງ​ພຽງ​​ແມ່​ນ້ຳຂອງ​ ຢູ່​ຮ່າ​ໂນ​​້ຍ ປີ 2015. ສັບ​ປະດາ​ວັດທະນະທຳ, ທ່​ອງທ່ຽວ​ເຂດ​ທົ່ງ​ພຽງ​​ແມ່​ນ້ຳຂອງ​ ຢູ່​ຮ່າ​ໂນ​​້ຍ ປີ 2015 ​ແມ່ນ​ການ​ເຄື່ືອນ​ໄຫວ​ແທດ​ຈິງ​​ເພື່ອ​ຕອບ​ສະໜອງ​ປີທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ຟຸກ໋ວກ - ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໂດ​ຍກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ສົມທົບ​ກັບ​ບັນດາ​ຄະນະ​ກຳມະການ​ປະຊາຊົນ​​ແຂວງ, ນະຄ​ອນ​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ ຈັດ​ຕັ້ງ. ​ໂດຍ​ແມ່ນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ສັບປະດາ​ວັດທະນະທຳ​ ​​ໄດ້ໂຄສະນາ, ​ແນະນຳ​ບັນດາຄຸນ​ຄ່າ​ວັດທະນະທຳ, ຜະລິດ​ຕະພັນ​ທ່​ອງທ່ຽວ​ທີ່​ມີ​ສີສັນພິ​ເສດ​ຂອງ​ເຂດ​ດິນ​ແດນ​ທາງ​ທິດ​ໃຕ​້ ​​ເຖິງ​ປະຊາຊົນ​ນະຄອນ​ຫຼວງ​ຮ່າ​ໂນ້ຍ, ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ.

      ສັບປະດາ​ວັດທະນະທຳ, ທ່​ອງທ່ຽວ​ເຂດ​ທົ່ງ​ພຽງ​ແມ່ນ​​້ຳຂອງ ຈະ​ດຳ​ເນີນ​​ຮອດ​ວັນ​ທີ 19/11. ​ໃນ​ຂອບ​ເຂດ​ເຫດການ​ມີ​ບັນດາ​ການ​ເຄື່ອນ​ໄຫ​ວຄື: ງານ​ວາງ​ສະ​ແດງ, ງານ​ພົບ​ປະ​​ແລກປ່ຽນຊອກ​ຮູ້​ຄົ້ນ​ຫາ​ດິນ​ແດນພາກ​ໃຕ້, ສະ​ແດງ​ຊຸດ​ອາພອນ, ວັດທະນະທຳ​ອາການການ​ກິນຂອງ​​ເຂດ​ແມ່​ນ້ຳພາກ​ໃຕ້ຫວຽດນາມ.

ຂ່າວ/ບົດ​ອື່ນ