ໄຂຮອບເຈລະຈາຄັ້ງທີ 3 ກ່ຽວກັບ FTA ຫວຽດນາມ - ພັນທະພາບພາສີ

ໄຂຮອບເຈລະຈາຄັ້ງທີ 3 ກ່ຽວກັບ FTA ຫວຽດນາມ - ພັນທະພາບພາສີ - ảnh 1
(ພາບປະກອບ)

(vovworld) - ຮອບ​ເຈລະຈາ​ຄັ້ງທີ 3 ກ່ຽວ​ກັບສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ ​ເຊິ່ງລວມມີ 3 ປະ​ເທດ​ລັດ​ເຊຍ, ​ເບ​ລາຣຸດ ​ແລະ ກາຊັກສຖານ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 09 ກັນຍາ, ຢູ່​ນະຄອນຫຼວງ Minsk ຂອງ​ປະ​ເທດ ສ.​ເບ​ລາຣຸດ. ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ມີ​ບັນດາຜູ້​ຕາງໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ ຂອງພັນທະພາບ​ພາສີ. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 5 ວັນ, ບັນດາ​ຄະນະ​ເຈລະຈາ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ການ​ຄ້າຂາຍ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ, ກົດໝາຍ​ການ​ຄ້າ ​ແລະ ​ແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ດ້ານ​ການ​ຄ້າ, ຄຸ້ມ​ຄອງ​ພາສີ ​ແລະ ບັນດາ​ຂໍ້​ສະດວກ, ຫຍຸ້ງຍາກ​ດ້ານ​ການ​ຄ້າ ​ເມື່ອ​ສ້າງ​ຕັ້ງ FTA... ການ​ເຈລະຈາ​ສ້າງ​ຕັ້ງ FTA ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ເມື່ອ​ເດືອນ ມີນາ ຜ່ານ​ມາ. ພາຍຫຼັງ​ການ​ເຈລະ​ຈາ​ເປັນ 2 ຄັ້ງ, ມາ​ຮອດ​ປະຈຸ​ບັນ ບັນດາ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຖ່ຽວ​ກັບ​ໂຄງ​ຮ່າງ​ຂອງ​ສັນຍາ ​ແລະ ​ເສັ້ນ​ທາງ​ສ້າງ​ຕັ້ງ FTA. ​ເລື່ອງ​ສ້າງ​ຕັ້ງ FTA ຫວຽດນາມ - ພັນທະ​ພາບ​ພາສີ ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາວ່າ ​ແມ່ນ​ພື້ນຖານ​ສ້າງ​ບາດກ້າວກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ, ພ້ອມ​ທັງ​ເປີດ​ປະຕູ​ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽ​ດນາມ ຢູ່​ບັນດາ​ປະ​ເທດ​ຂຶ້ນ​ກັບ​ພັນທະ​ພາບພາສີ.

        ຮອບ​ເຈລະຈາ​ຄັ້ງ​ທີ 3 ຢູ່ Minsk ​ໄດ້​ອັດ​ລົງ​ໃນ​ວັນ​ທີ 19 ກັນຍາ ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ