ໄຂ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະຈັດ​ວາງພາຍ​ໃຕ້​ຫົວ​ຂໍ້ “ສົງ​ຄາມ ແລະ ສັນ​ຕິ​ພາບ” ແລະ “ວາດ​ຟ້ອນ​ແຫ່ງ​ລະ​ດູ​ບານ​ໃໝ່”

(VOVWORLD) - ຕອນບ່າຍວັນທີ 2 ມີນາ, ຢູ່ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດພິທີໄຂ 2 ເຂດວາງສະແດງສິລະປະຈັດວາງພາຍໃຕ້ຫົວຂໍ້ “ສົງຄາມ ແລະ ສັນຕິພາບ” ແລະ “ວາດຟ້ອນແຫ່ງລະດູບານໃໝ່”, ເຊິ່ງເປີດສາກບັນດາກິດຈະກຳປະດິດຄິດສ້າງປີ 2026 ຂອງ ຫໍພິພິທະພັນ.
ໄຂ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະຈັດ​ວາງພາຍ​ໃຕ້​ຫົວ​ຂໍ້ “ສົງ​ຄາມ ແລະ ສັນ​ຕິ​ພາບ” ແລະ “ວາດ​ຟ້ອນ​ແຫ່ງ​ລະ​ດູ​ບານ​ໃໝ່” - ảnh 1 ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ”  (ພາບ: TTXVN)

 ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” ໂດຍນັກສິລະປິນນາງ ທູເຈິ່ນ ແລະ ເຕີຍຟອງ ປະຕິບັດ ເຊິ່ງໄດ້ສ້າງຂຶ້ນຈາກຊາກເຮືອບິນ ແລະ ຊິ້ນສ່ວນລະເບີດ ໂດຍ ຫໍພິພິທະພັນ ຮ່າໂນ້ຍ ເກັບຮັກສາໄວ້. ຜ່ານສິລະປະຈັດວາງແບບສະໄໝ, ບັນດາວັດຖຸພັນບໍ່ພຽງແຕ່ໄດ້ວາງສະແດງຄືດັ່ງຮ່ອງຮອຍໄລຍະປະຫວັດສາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໂຄງປະກອບສິລະປະຈັດວາງໃໝ່,ເຈາະຈິ້ມຄວາມນຶກຄິດກ່ຽວກັບຄວາມຊົງຈຳສົງຄາມ, ຄຸນຄ່າຂອງສັນຕິພາບ ແລະ ຄວາມຮັບຜິດຊອບໃນການຮັກສາບັນດາຜົນງານໃນວັນນີ້.

ໄຂ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະຈັດ​ວາງພາຍ​ໃຕ້​ຫົວ​ຂໍ້ “ສົງ​ຄາມ ແລະ ສັນ​ຕິ​ພາບ” ແລະ “ວາດ​ຟ້ອນ​ແຫ່ງ​ລະ​ດູ​ບານ​ໃໝ່” - ảnh 2ເຂດວາງສະແດງ “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ (ພາບ: TTXVN)

ໃນຂະນະນັ້ນ,  “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ ໄດ້ສ້າງເຂດວາງສະແດງສິລະປະທີ່ເຕັມໄປດ້ວຍສີສັນຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ພະລັງງານໃຫ້ແກ່ຈັກຂຸສຳຜັດ.

ຕອບກັບ

ຂ່າວ/ບົດ​ອື່ນ