ໄຂເວທີ ປາໄສ ອາຊີ-ປົວຢາວປີ 2012 ຢູ່ປະເທດຈີນ

ໄຂເວທີ ປາໄສ ອາຊີ-ປົວຢາວປີ 2012 ຢູ່ປະເທດຈີນ - ảnh 1
ໄຂເວທີ​ ປາ​ໄສ​ອາຊີ-​ປົວຢາ​ວປີ 2012
(ພາບ:vtv.vn)

( vovworld ) – ​ດ້ວຍ​ຫົວ​ຂໍ້​ທີ່​ວ່າ: “ອາຊີ​ໃນ​ໂລກ​ທີ່​ພວມປ່ຽນ​ແປງ, ມຸ້ງ​ໄປ​ເຖິງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ໝັ້ນຄົງ“, ຕອນ​ເຊົ້າວັນ​ທີ 2/4, ເວທີ​ ປາ​ໄສ​ອາຊີ-​ປົວຢາ​ວປີ 2012 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ເກາະໄຮ່​ໜານ​ ທາງ​ທິດ​ໃຕ້ປະ​ເທດ ຈີນ. ບັນດາ​ວາລະ​ປຶກສາ​ຫາລື​ຂອງ​ເວທີ​ປາ​ໄສ​ໄດ້​ດຳ​ເນີນ​ໄປ​ໃນ​ເວລາ 3 ວັນ, ຄື​ແຕ່​ວັນ​ທີ 1-3/4 ຊື່​ງ​ໄດ້​ດຶງ​ດູດການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກ່ວາ 2000 ທ່ານ ຊື່​ງ​ແມ່ນບັນດາການ​ນຳ​ລັດຖະບານ, ວິ​ສາ​ຫະກິດ, ວົງ​ການ​ນັກຮຽນ​ຮູ້​ໃນ​ທົ່ວ​ໂລກ. ​ໃນ​ໄລຍະ​ດຳ​ເນີນ​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື 20 ຫົວ​ຂໍ້ ຊື່​ງພົ້ນ​ເດັ່ນ​ແມ່ນ​​ບັນດາ​ເນື້ອ​ໃນກ່ຽວ​ກັບວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ, ວຽກ​ເຮັດ​ງານ​ທຳ ແລະ ການຈະ​ເລີ​ນ​ເຕີບ​ໂຕ, ​ການ​ປະຕິ​ຮູບ​ລະບົບ​ເງິນຕາ​ຕ່າງປະ​ເທດ… ​ແລະ ການ​ສ້​າງບາດກ້າວ​ບຸກທະລຸ​ແຫ່ງ​ຍຸດ​ທະ​ສາດ​​​ໃຫ້​ແກ່​ຂົງ​ເຂດ​ການ​ຜະລິດ​ຢູ່​ອາຊີ. ນອກຈາກ​ນັ້ນ​ແລ້ວ, ຢູ່​ນອກ​ເວທີ​ປາ​ໄສ ກໍ​ຈະ​ຈັດ​ບັນດາ​ກອງ​ປະຊຸມ​ໂຕະມົນ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ບັນດາ​ນັກທຸລະກິດ, ຜູ້​ບໍລິຫານ​ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ໃຫ່ຍສາມາດ​ພົບ​ປະ​ແລກປ່ຽນ ແລະ ປຶກສາ​ຫາລືນຳ​ກັນ. ​ ເວທີ​ ປາ​ໄສ​ອາຊີ-​ປົວຢາ​ວ​​ ຄັ້ງທີ 1 ​ໄດ້​ຈັດ​ຂຶ້ນ​ເມື່ອ​ປີ 2001 ​ແລະ​ກາຍ​ເປັນ​ເຫດການ​ປະຈຳ​ປີ​ຂະໜາດ​ໃຫ່ຍອັນ​ດັບ 2 ຖັດຈາກເວທີ​ປາ​ໄສ​ເສດຖະກິດ​ໂລກ (Davos) ຢູ່​ປະ​ເທດ​ສະ​ວິດ ຊື່​ງປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ.

 

 


ຂ່າວ/ບົດ​ອື່ນ