ໄຂເວທີປາໄວກ່ຽວກັບຄວາມໝັ້ນຄົງທະເລອາຊຽນ

ໄຂເວທີປາໄວກ່ຽວກັບຄວາມໝັ້ນຄົງທະເລອາຊຽນ - ảnh 1
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 26/08, ຢູ່​ນະ​ຄອນ​ດ່າ​ນັ້ງ, ​​ໄດ້​ໄຂ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ ຄັ້ງ​ທີ 5 (AMF 5) ​ແລະ ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ ​ເປີດ​ກວ້າງ​ຄັ້ງ​ທີ 3 (EAMF 3). ​ເວທີ​ປາ​ໄສ​ແມ່ນ​ເພື່ອ​ແນ​​ໃສ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າພາ​ທາງຂອງ​ອາ​ຊຽນ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ບົນ​ທະ​ເລ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ,​ໃນ​ການ​ເດີ​ນ​ເຮືອຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ​ເວທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ຂັ້ນ​ສູງ​ອາຊີຕາ​ເວັນ​ອອກ​ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອີນ​ເດຍ, ອົດສຕາ​ລີ, ນິວຊີ​ແລນ, ລັດ​ເຊຍ ​ແລະ​ ອາ​ເມ​ລິ​ກາ. ​ເລື່ອງ​ຫວຽດນາມ ​ເປັນ​ເຂົ້າ​ພາບຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ສະ​ແດງ​ບົດບາດ, ໜ້າ​ທີ່​ຮັບຜິດຊອບ ​ແລະ ການ​ປະ​ກອບ​ສ່ວນ​ຂອງ​ຫວຽດນາມ ສຳລັບ​ຂົງ​ເຂດ​ສຳຄັນ ​ແລະ ໃຫ້​ບຸລິມະສິດຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມມື​ບົນ​ທະ​ເລ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ, ຫົວໜ້າ​ຄະນະ​ເຈລະຈາ​ຫວຽດນາມ ​ເຂົ້າ​ຮ່ວມ AMF 5 ​ແລະ EAMF 3 ​ໃຫ້​ຮູ້​ວ່າ.

        “ທີ່​ເວທີ​ປາ​ໄສ​ທະ​ເລ​ນີ້, ຫວຽດນາມ ​ເປັນ​ເຈົ້າພາບ ​ແລະ ​ເຂົ້າ​ຮ່ວມ​ການ​ບໍລິຫານ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ ​ເປີດ​ກວ້າງ. ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ການ​ທາ​ບທາມ​ບັນດາ​ປະ​ເທດ, ສະ​ເໜີ​ຫົວ​ຂໍ້​ໃຫ້​ກອງ​ປະຊຸມ​ແຕ່​ລະ​ຄັ້ງ, ​ໃນ​ນັ້ນ​ມີ​ການ​ຕີ​ລາຄາ​ຄືນ​ການ​ຮ່ວມ​ມື​ກ່ຽວ​ກັບ​ສະພາບ​ການ​ທີ່​ຜ່ານ​ມາ, ກວດກາ​ນຄືນ​ການ​ປະຕິບັດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ, ​ເຊິ່ງປີ 2014 ນີ້​​ແມ່ນ​ລະນຶກ 20 ປີ​ທີ່​ສົນທິສັນຍາ​ມີ​ຜົນ​ສັກສິດ. ພວກ​ເຮົາ​ຫວັງ​ວ່າ, ໝາກຜົນ​ກອງ​ປະຊຸມ​ຢູ່​ດ່າ​ນັ້ງ ຈະ​ມີ​ຂໍ​ສະ​ເໜີ​​ແນະຢ່າງ​ລະອຽດ ​ແລະ ​ແທດ​ຈິງ​ໃຫ້​ແກ່​ການ​ຮ່ວມ​ມື​ບົນ​ທະ​ເລ, ກໍ່​ຄື​ຮັບປະກັນ​ສະພາບ​​ແວດ​ລ້ອມ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ”.

ຂ່າວ/ບົດ​ອື່ນ