ໄຂເວທີປາໄສການລົງທຶນໃນໂລກ

ໄຂເວທີປາໄສການລົງທຶນໃນໂລກ - ảnh 1
(​ເວທີ​ປາ​ໄສ​ການ​ລົງທຶນ​ໃນ​ໂລກຈັດ​ຕັ້ງຂຶ້ນ​
ໃນ​ຕອນ​ເຊົ້າ​ວັນ​ທີ 30/9 ຢູ່​ຮ່າ​ໂນ້ຍ)

(vovworld) – ​ເວທີ​ປາ​ໄສ​ການ​ລົງທຶນ​ໃນ​ໂລກໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມ ສົມທົບ​ກັບ​ວາລະສານ​ເສດຖະກິດ - ການ​ເງິນ Euromone ຂອງ​ລາຊະ​ອານາຈັກ ອົງ​ກິດ ຈັດ​ຕັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/9 ຢູ່​ຮ່າ​ໂນ້ຍ ຊຶ່ງດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 600 ທ່ານ ​ທີ່​ເປັນ​ສະມາຊິກ​ຂັ້ນ​ສູງ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ກຸ່ມ​ບໍລິສັດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ບັນດາ​ກອງ​ທຶນ, ນັກ​ຊ່ຽວຊານ​ເສດຖະກິດ, ການ​ເງິນທີ່​ມາ​ຈາກ​ຫລາຍ​ປະ​ເທດ. ທີ່​ເວທີ​ປາ​ໄສ ບັນດາ​ຫົວ​ຂໍ້​ຕົ້ນຕໍ​ໄດ້ນຳ​ມາ​ປຶກສາ​ຫາລືລວມມີ: ການ​ຟື້ນ​ຕົວຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ​ແລະ ​ແງ່​ຫວັງ​ປີ 2016; ​ແງ່​ຫວັງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ; ການ​ພັດທະນາ​ຂອງ​ຕະຫລາດ - ທຶນ; ຫັນ​ບັນດາ​ລັດວິ​ສາ​ຫາ​ກິດ​​ເປັນ​ຫຸ້ນ​ສ່ວນ ​ແລະ ສ່ວນ​ບຸກຄົນ.; ກາລະ​ໂອ​ກາດ​​ລົງທຶນ​ອະສັງ​ຫະລິ​ມະ​ຊັບ, ກະສິກຳ ​ແລະ ການ​ຊົມ​ໃຊ້…ພ້ອມ​ກັນ, ​ເວທີ​ປາ​ໄສ​ກໍ​ໄດ້​ເຕື້ອງ​ເຖິງ​ການ​ມອບ​ຮັບ​ໜ້າ​ທີ່​ການ​ນຳ​ຢູ່​ຫວຽດນາມ ປີ 2016, ປະ​ຕິ​ຮູບ​ຂະ​ແໜງ​ການ​ເງິນທະນາຄານ​, ​ແກ້​ໄຂ​ໜີ້​ເສຍ; ກໍ​ຄື​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ພະລັງງານ.

ຂ່າວ/ບົດ​ອື່ນ